ອີຢີບຈັດວາງຄຳສັ່ງ ສະພາວະສຸກເສີນຢູ່ ຊີນາຍ


ອີຢີບຈັດວາງຄຳສັ່ງ ສະພາວະສຸກເສີນຢູ່ ຊີນາຍ  - ảnh 1

(ພາບ: Reuters)

(vovworld)- ​ ​ວັນ​ທີ 24/10, ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ອີ​ຢີບ (NDC) ໄດ້ຈັດ​ວາງ​ສະພາວະ​ສຸກ​ເສີນ​ທີ່ແກ່ຍາວ 3 ເດືອນຢູ່ທາງທິດເໜືອແຫຼມຊີນາຍ ພາຍຫຼັງ​ເຫດການ​ບຸກ​ໂຈມ​ຕີ​ອັນ​ນອງ​ເລືອດ ຊື່ງເຮັດໃຫ້ນັກຮົບຢ່າງໜ້ອຍສຸດ 33 ຄົນເສຍ ຊີວິດ. NDC ກໍ່ປະກາດຈະຕອບໂຕ້ “ການບຸກໂຈມຕີຄັ້ງຕ່າງໆ“ ພ້ອມທັງປະກາດ ຈັດວາງຄຳ​ສັ່ງສະພາວະສຸກເສີນ 3 ຊົ່ວໂມງ/ມື້ ຢູ່ເຂດມໍ່ກັບເສັ້ນຊາຍແດນລະຫວ່າງ ອີຢີບ ແລະເຂດກາຊາຂອງປາແລດສະຕິນ.

    ກ່ອນໜ້ານັ້ນ, ນັກຮົບ 60 ຄົນຖືກບາດເຈັບໃນເຫດການບຸກໂຈມຕີ 2 ຄັ້ງເມື່ອຕອນບ່າຍວັນທີ 24/10 ຂອງບັນດາພາກສ່ວນອິດຊະລາມຫົວຮຸນແຮງ ແນໃສ່ ປ້ອມກວດກາທະຫານແຫ່ງໜຶ່ງຢູ່ນະຄອນ Sheikh Zuweid ຂຶ້ນກັບແຂວງ ຊີນາຍເໜືອ. ຕາມວົງການນັກໄຈ້ແຍກແລ້ວ, ບັນດາເຫດການບຸກໂຈມຕີນີ້​ຖືກ​ຖື​ວ່າ​ແມ່ນ​ເຫດການ​ບຸກ​ໂຈມ​ຕີ​ອັນ​ນອງ​ເລືອດ​ທີ່​ສຸດ​ຢູ່​ອີ​ຢີບ ນັບ​ແຕ່​ຫຼາຍ​ເດືອນ​ຜ່ານ​ມາ, ນີ້​ອາດ​ຈະ​ແມ່ນ​ການ​ເປີດ​ສາກ​ໃຫ້​ແກ່​ໄລຍະ​ຂາດ​ສະຖຽນ​ລະ​ພາບ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້​ຢູ່​ຊີ​ນາຍ./.

ຂ່າວ/ບົດ​ອື່ນ