ອີຢິບຕັດສິນລົງໂທດຫົວໜ້າອົງການອ້າຍນ້ອງອິດສະລາມ15ຄົນ

ອີຢິບຕັດສິນລົງໂທດຫົວໜ້າອົງການອ້າຍນ້ອງອິດສະລາມ15ຄົນ - ảnh 1
ຫົວໜ້າ​ດ້ານ​ຈິດ​ໃຈ​ສູງ​ສຸດ​ຂອງ​ອົງການ​ອ້າຍ​ນ້ອງ ອິດສະ​ລາມ (MB) Mohamed Badie (ເສຶ້ອດຳ)
(ພາບ:ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) – ວັນ​ທີ 15/9, ສານອາຍາ ອີ​ຢິບ​ແຫ່ງ​ໜຶ່ງ ​ໄດ້​ຕ​ດສິນລົງໂທດ​ຈຳ​ຄຸກຕະຫຼອດ​ຊີວິດ​ສຳລັບ​ຫົວໜ້າ​ດ້ານ​ຈິດ​ໃຈ​ສູງ​ສຸດ​ຂອງ​ອົງການ​ອ້າຍ​ນ້ອງ ອິດສະ​ລາມ (MB) Mohamed Badie ​ແລະ ການ​ນຳ​ຜູ້​ອື່ນ 14 ຄົນ​​ຂອງ​ຂະ​ບວນການ​ນີ້ດ້ວຍ​ໂທດ​ເຂັ່ນຂ້າ​ມະນຸດ ​ແລະ ປຸກລຸກ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ. ບັນດາ​ຈຳ​ເລີຍ​ຖືກ​ລົງ​ໂທດ​ເຂັ່ນ​ຂ້າ 5 ຄົນ ​ແລະ ມີກົນອຸບາຍ​ເຂັ່ນ​ຂ້າ 100 ຄົນ​ອື່ນ​ໃນ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢູ່​ແຂວງ Giza ​ໃນ​ວັນ​ທີ 14/7 ​ປີ​ກ່ອນ, ພາຍຫຼັງ​ການ​ໂຄ່ນ​ລົ້ມ​ປະທານາທິບໍດີ Mohamed Morsi ​ແມ່ນ​ສະມາ​ຊິກຈາກ MB. ນອກຈາກ​ນັ້ນ, ບັນດາ​ບຸກຄົນ​ດັ່ງກ່າວ​ຍັງ​ຖືກ​ກ່າວ​ຜູກ​ໂທດ ກໍ່​ການ​ຮ້າຍ, ​ປຸກລຸກ​ກຸ່ມ​ຄົນ​ບຸກ​ໂຈມ​ຕີ​ປະຊາຊົນ ​ແລະ ກຳມະ​ສິດອາ​ວຸດຢ່າງ​ຜິດ​ກົດໝາຍ. ທ່ານ Badie ພວມ​ປະ​ເຊີນ​ໜ້າ​ກັບ 30 ວາລະສານດ້ວຍ​ຫຼາຍ​ໂທດ, ​ໃນ​ນັ້ນ​ມີ​​ໂທ​ດກໍ່​ການ​ຮ້າຍ ​ແລະ ປຸກລຸກ​ການ​ໃຊ້​ຄວາມ​ຮຸນ​ແຮງ. ກ່ອນ​ໜ້າ​ນັ້ນ, ​ໃນ​ເດືອນ 6, ບັນດາ​ການ​ນຳ​ຂະ​ບວນການ​ອິດສະ​ລາມ ນີ້ພ້ອມ​ກັບ​ສະມາຊິກ 182 ຄົນ ​ແລະ ຜູ້​ສະໜັບສະໜູນ MB ​ໄດ້​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ​ໃນ​ການ​ພິພາກສາ​ຢູ່​ແຂວງ Minya, ພາກ​ໃຕ້ ອີ​ຢິບ ​ແລະ ຕັດສິນ​ລົງ​ໂທດ​ຈຳ​ຄຸກ​ຕະຫຼອດ​ຊີວິດ​ໃນ 2 ວາລະສານ​ອື່ນ ດ້ວຍ​ໂທດປຸກລຸກ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ປິດ​ລ້ອມ​ການ​ຈາລະ​ຈອນ.


ຂ່າວ/ບົດ​ອື່ນ