ອີຢີບປັບປຸງຄະນະລັດຖະບານ

ອີຢີບປັບປຸງຄະນະລັດຖະບານ - ảnh 1
ອີຢີບປັບປຸງຄະນະລັດຖະບານ
(ພາບ: AFP/TTXVN)

(vovworld) - ຕາມ​ໂທລະພາບ​ແຫ່ງ​ລັດ​ອີ​ຢີບ ​ແລ້ວ, ວັນ​ທີ 5/3, ປະທານາທິບໍດີ Abdel Fattah al – Sisi ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ຄະນະ​ລັດຖະບານ, ​ແທນ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ ​ແລະ ລັດຖະມົນຕີ​ວ່າການຈຳນວນ​ໜຶ່ງ​ອີກ. ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ Mohamed Ibrahim ຮັບຜິດຊອບ​ກຳລັງ​ຕຳຫຼວດ​ແຫ່ງ​ຊາດ. ປະທານາທິບໍດີ Abdel Fattah al – Sisi ​ໄດ້​ແຕ່ງ​ຕັ້ງ​ນາຍ​ພົນ​ຕຳຫຼວດ Magdy Abdel – Ghafar, ​ທີ່​ຂຶ້ນ​ກັບ​ອົງການ​ຕຳຫຼວດ​ແຫ່ງ​ຊາດ​ ​ແທນ​ໃຫ້​ທ່ານ Mohamed Ibrahim. ກາ​ນກະທຳ​ນີ້​ດຳ​ເນີນ​ໄປ​ພາຍຫຼັງ​ທີ່​ກຳລັງ​ກະບົດ​ອິດສະ​ລາມ​ ເພີ່ມ​ທະວີ​ການວາງ​ລະ​ເບີດ​​ໃສ່​ໃຈກາງ​ນະຄອນຫຼວງ​ກາຍ​ໂຮ. ປະທານາທິບໍດີ Abdel Fattah al – Sisi ກໍ່​ໄດ້​ປ່ຽນ​ແທນ​ບັນດາ​ລັດຖະມົນຕີ​ວັດທະນະທຳ, ທ່ອງ​ທ່ຽວ, ການ​ສຶກສາ, ​ເຮືອນ​ຢູ່​ແລະ​ສື່ສານ. ນີ້​ແມ່ນ​ການ​ປະຕິ​ຮູບຄັ້ງ​ທຳ​ອິດ, ນັບ​ແຕ່​ທ່ານ​ໄດ້​ຮັບດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ເມື່ອ​ເດືອນ 6/2014.

ຂ່າວ/ບົດ​ອື່ນ