ອີຢິບຢັ້ງຢືນເຮືອບິນລຳນີ້ບໍ່ປະສົບກັບສາຍເຫດດ້ານເຕັກນິກກ່ອນທີ່ເດີນທາງ

ອີຢິບຢັ້ງຢືນເຮືອບິນລຳນີ້ບໍ່ປະສົບກັບສາຍເຫດດ້ານເຕັກນິກກ່ອນທີ່ເດີນທາງ - ảnh 1
ນັກຂ່າວ ອີຢິບເຂົ້າຮ່ວມພິທີພາວະນາໃຫ້ຜູ້ປະສົບເຄາະຮ້າຍ

(vovworld) – ບັນດາ​ແຫຼ່ງຂ່າວຈາກ​ຄະນະ​ກຳມະການ​ສືບສວນສອບ​ສວນ​ຂອງ​ອີ​ຢິບ ​ໃນ​ວັນ​ທີ 24/5 ​ໃຫ້​ຮູ້​ວ່າ: ​ເລື່ອງ​ເຮ​ືອບິນ​ເລກ​ໝາຍ MA804 ຂອງ​ບໍລິສັດ​ການບິນ ອີ​ຢິບ EgyptAir ຕົກລົງສູ່​ທະ​ເລ​ເມດີ​ແຕຣາ​ເນ ​ເມື່ອ​ວັນ​ທີ 19/5 ​ແມ່ນບໍ່​ປະສົບ​ກັບ​ບັນຫາ​ດ້ານ​​ເຕັກນິກ​​ໃດໆ​ກ່ອນ​ຈະ​ອອກທີ່​ເດີນທາງ​ຈາກ​ສະໜາມ​ບິນ Charles de Gaulle ຢູ່​ນະຄອນຫຼວງ ປາ​ຣີ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ບັນດາ​ນັກ​ຊ່ຽວຊານນິຕິ​ເວດ ອີ​ຢິບ ​ໄດ້​ເລີ່​ມ​​ເກັບ​ກ​​ຳຕົວຢ່າງ ADN ຂອງ​ຍາດ​ຕິ​ພີ່ນ້ອງ​ບັນດາ​ຜູ້​ໂດຍສານ​ໃນ​ເຮືອບິນ MS804 ​ເພື່ອ​ຊ່ວຍ​ຢັ້ງຢືນ​ລາຍ​ຊື່​ຊາກ​ສົບບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ. ​ໃນ​ຖະ​ແຫຼ​ງການ​, ກະຊວງ​ການ​ບິນ​ພົນລະ​ເຮືອນ ອີ​ຢິບ ຢັ້ງຢືນ​ວ່າ: ມີ​ກຸ່ມ​ນັກ​ຊ່ຽວຊານ ນິຕິ​ເວດ ​ໄດ້​ໄປ​ຍັງ​ໂຮມ​​ແຮມ​ບ່ອນ​ທີ່​ຍາດ​ຕິ​ພີ່ນ້ອງ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍພັກອາ​ໄສ​ເພື່ອ​ເອົາ​ເລືອດ ADN.



ຂ່າວ/ບົດ​ອື່ນ