ອີຢູເນັ້ນໜັກເຖິງຄວາມ ຈຳເປັນເພີ່ມທະວີຄວາມ ມານະພະຍາຍາມ ຕ້ານໂລກພະຍາດ Ebola


ອີຢູເນັ້ນໜັກເຖິງຄວາມ ຈຳເປັນເພີ່ມທະວີຄວາມ ມານະພະຍາຍາມ ຕ້ານໂລກພະຍາດ Ebola - ảnh 1

 (ພາບປະກອບ: HX/TTXVN )

 (vovworld)- ​ ​ວັນ​ທີ 20/10, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ເຫັນ​ດີ​ຕ້ອງ​ເພີ່ມ​ທະວີ​ທຸກ​ຄວາມ​ມານະ​ພະຍາຍາມ​ສະກັດ​ກັ້ນ​ໂລກ​ພະຍາດ Ebola ບໍ່​ປະໃຫ້​ແຜ່​ລະບາດ​ອອກ​ສູ່​ທົ່ວ​ກຸ່ມ​ອີ​ຢູ. ​ໃນ​ຖະ​ແຫຼ​ງການ​ຮ່ວມ​ຂອງ 28 ປະ​ເທດ​ອີ​ຢູ ຍົກ​ອອກ​ມາ​ທີ່​ການ​ປະຊຸມ​ຂັ້ນລັດຖະມົນຕີ​ການ​ຕ່າງປະ​ເທດ ທີ່ Luxembourg, ອີ​ຢູ ກໍ່​ໄດ້​ເນັ້ນໜັກ​ວ່າ, ປະ​ເທດ​ຕ່າງ​ໆ​ເກີດ​​ໂລກ​ພະຍາດ ​ແລະ ບັນດາ​ປະ​ເທດ​ໃກ້​ຄຽງ​ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ເໝາະ​ສົມ ​ແລະ ຄົບ​ຖ້ວນ. ນະ​ທີ່​ນີ້, ບັນດາ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ກໍ່​ຕົກລົງ​ແຕ່ງຕັ້ງ ຜູ້​ປະສານ​ງານ​ພິ​ເສດ​ໃຫ້​ແກ່​ວຽກ​ງານ​ຕ້ານ​ໂລກ​ພະຍາດ​ທີ່​ອັນຕະລາຍ ຊື່​ງ​ໄດ້​​ເຮັດໃຫ້ 4500 ຄົນ​ເສຍ​ຊີວິດ. ຄາດວ່າ, ການ​ແຕ່ງຕັ້ງນີ້​ຈະ​ຖືກ​ດຳ​ເນີນ​ໄປ​ໃນ​ອາທິດ​ນີ້. ນອກຈາກ​ນັ້ນ​ແລ້ວ, ອີ​ຢູ ຍັງ​ຈະ​ສ້າງຕັ້ງກອງທຶນ​ໜູນ​ຊ່ວຍ​ດ້ວຍ​ມູນ​ຄ່າ 1 ຕື້​ເອີ​ໂຣ ​ແລະ ບັນດາ​ກຸ່ມ​ປະຕິກິລິຍາ​ໄວ, ລວມມີ​ບັນດາ​ຜູ້​ຊ່ຽວຊານ​ການ​ແພດ​ສະ​ໝັກ​ໃຈ ​ເພື່ອປິດ​ລ້ອມ​ບັນດາ​ສະຖານ​ທີ່​ເກີ​ດ​ໂລກ​ພະຍາດ, ສະກັດ​ກັ້ນການ​ແຜ່​ລະບາດ./.

ຂ່າວ/ບົດ​ອື່ນ