ອີຢູເຫັນດີໃຫ້ຢູແກຼນກູ້ຢືມບ້ວງເງິນ2ຕື້USD

ອີຢູເຫັນດີໃຫ້ຢູແກຼນກູ້ຢືມບ້ວງເງິນ2ຕື້USD - ảnh 1
ບ່ອນ​ແລ​ກ​ປ່​ຽນ​ເງິນ​ຕາ​ຢູ່ ກີ​ແອບ
(ພາບ: Reuters)

(vovworld) – ​ວັນ​ທີ 27/1, ລັດ​ຖະ​ມົນ​ຕີ​ການ​ເງິນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ໃຫ້ ຢູ​ແກຼນ ກູ້​ຢືມ 1,8 ຕື້ ເອີ​ໂຣ (ເທົ່າ​ກັບ 2 ຕື້ USD) ເພື່ອ​ຊ່ວຍ​ໃຫ້​ປະ​ເທດນີ້​ຫຼີກ​ລ້ຽງ​ໄພ​ລົ້ມ​​ລະ​ລາຍ, ພ້ອມ​ທັງ​ມີ​ການ​ຊັ່ງ​ຊາ​ເພີ່ມ​ການ​ໜູນ​ຊ່ວຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ລັດ​ຖະ​ບານຂອງຫຼາຍ​ປະ​ເທດ ເອີ​ລົບ, ໃນ​ນັ້ນ​ມີ ອັງ​ກິດ, ມີ​ເຈດ​ຈຳ​ນົງ​ສະ​ໜອງ​ໃຫ້ ຢູ​ແກຼນ ບັນ​ດາ​ບ້ວງ​​ເງິນກູ້​ຢື​ມ​ໄລ​ຍະ​ກາງ​ໃນປີ 2015 – 2016 ດ້ວຍຍອດ​ຈຳ​ນວນ​ເງິນ​ຂຶ້ນ​ເຖິງ 2,6 ຕື້ ເອີ​ໂຣ.

        ປະ​ຈຸ​ບັນ, ຢູ​ແກຼນ ພວມ​ຕ້ອງ ອີງ​ໃສ່​ໂຄງ​ການ​ໜູນ​ຊ່ວຍ​ຂອງກ​ອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ເພື່ອຫຼີກ​ລ້ຽງ​ສະ​ພາບ​ການ​​ລົ້ມ​ລະ​ລາຍ. ງົບ​ປະ​ມານ​ຂອງ​ອຳ​ນາດ​ການ​ປົ​ກ​ຄອງ ກີ​ແອບ ພວມ​ຖືກ​ຂາດ​ດຸ່ນຈຳ​ນວນ​ເງິນ 15 ຕື້ USD.

 


ຂ່າວ/ບົດ​ອື່ນ