ອີຢູແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງອາຊຽນ

ອີຢູແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງອາຊຽນ - ảnh 1
 ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ
(ພາບ: TTXVN)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​​ເຫຼີ​ມສະຫຼອງ​ວັນ ອາ​ຊຽນ ​ທີ່​ຫາກໍ່​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ​ຢູ່ ສຳນັກງານ ອາຊີ ຢູ່​ນະຄອນຫຼວງ ລອນ​ດອນ, ລາຊະ​ອານາຈັກ ອັງກິດ, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ ​ເນັ້ນ​ໜັກ​ວ່າ: ​ໃນ 3 ທົດ​ສະ​ວັດ​ຜ່ານ​ມາ, ບັນດາ​ການ​ພົວພັນຄູ່​ເຈລະຈາ ອາ​ຊຽນ - ອີ​ຢູ ​ໄດ້​ຮັບ​ການ​ເປີດ​ກ້ວາງ​ໃນ​ທຸກ​ຂົງ​ເຂດ ຈາກ​ດ້ານ​ການ​ເມືອງ - ຄວາມ​ສະຫງົບ, ​ເສດຖະກິດ​, ການ​ຄ້າ, ການ​ລົງທຶນ​, ​ວັດທະນະທຳ - ສັງຄົມ ຕະຫຼອດ​ຮອດກາ​ນຮ່ວມ​ມື - ພັດທະນາ. ອີ​ຢູ ຍາມ​ໃດ​ກໍ່​ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ສ້າງ​ປະຊາ​ຄົມ ອາ​ຊຽນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສຳຄັນ ​ແລະ ຕັ້ງໜ້າ​ທີ່​ສຸດ​ເຂົ້າ​ໃນ​​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ ​ແລະ ສະໜັບສະໜູນ​ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ບັນດາ​ກົນ​​ໄກ​ພາກ​ພື້ນຢ່າງ​ແຮງ. ປີ 2013, ອີ​ຢູ ​ແມ​່ນ​ແຫຼ່ງສະໜອງ​​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໃຫຍ່​ສຸດ​ເຂົ້າ ອາ​ຊຽນ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ 2 ຂອງ ອາ​ຊຽນ.

        ທ່ານ​ ​ເລ​ເລືອ​ງມິ​ງ ກໍ່​ໃຫ້​ຮູ້​ວ່າ: ​ເລື່ອງ ອັງກິດ ​ໄດ້ມີ​ການ​ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ອີ​ຢູ ​ແລະ ອາ​ຊຽນ. ​ເລື່ອງ ອັງກິດ​ເຂົ້າ​ຮ່ວມ​ສົນທິສັນຍາ​ສະໜິດສະໜົມ ​ແລະ ການຮ່ວມ​ມື​​ໃນ​​ເດືອນ 7/2012 ​ໄດ້​ສ່ອງ​​ແສງ​​ໃຫ້​ເຫັນຄຳ​ໝັ້ນ​ສັນຍາຂອງ​ປະ​ເທດ​ນີ້​ແມ່ນ​ປັບປຸງ​ການ​ຮ່ວມ​ສຳພັນ​ກັບ ອາ​ຊຽນ ​ເພື່ອ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ໃນ​ພາກ​ພື້ນ​.



ຂ່າວ/ບົດ​ອື່ນ