ອີຣານ ຍິງທົດລອງລູກສອນໄຟນຳວິຖີລຸ້ນໃໝ່ສຳເລັດຜົນ

(VOVWORLD) - ຕາມນາຍພົນວາທີ Amir Ali Hajizadeh, ຜູ້ບັນຊາການຂັ້ນສູງຂອງກອງພົນກອງງທັບອາກາດ ຂຶ້ນກັບກຳລັງທະຫານພິທັກ ການປະຕິວັດ ອິດສະລາມ ອີຣານ (IRGC) ແລ້ວ, ລູກສອນໄຟນຳວິຖີນີ້ສາມາດຕິດຫຼາຍຫົວນິວເຄຼຍ.
ອີຣານ ຍິງທົດລອງລູກສອນໄຟນຳວິຖີລຸ້ນໃໝ່ສຳເລັດຜົນ - ảnh 1( ພາບປະກອບຈາກ  AFP)

ລູກສອນໄຟນຳວິຖີລຸ້ນໃໝ່ມີຊື່ວ່າ Khorramshahr, ມີໄລຍະຍິງ 2.000 ກມ, ຫາກໍ່ຖືກອີຣານ ຍິງທົດລອງສຳເລັດຜົນໃນວັນທີ 22 ກັນຍາຜ່ານມາ. ຕາມນາຍພົນວາທີ Amir Ali Hajizadeh, ຜູ້ບັນຊາການຂັ້ນສູງຂອງກອງພົນກອງງທັບອາກາດ ຂຶ້ນກັບກຳລັງທະຫານພິທັກ ການປະຕິວັດ ອິດສະລາມ ອີຣານ (IRGC) ແລ້ວ, ລູກສອນໄຟນຳວິຖີນີ້ສາມາດຕິດຫຼາຍຫົວນິວເຄຼຍ. ເມື່ອທຽບໃສ່ລູກສອນໄຟລຸ້ນກ່ອນຂອງປະເທດນີ້, ລູກສອນໄຟນ້ອຍກ່ວາ, ດີກ່ວາ ແລະ ຈະກຽມພ້ອມນຳໃຊ້ໃນອະນາຄົດໃກ້ໆນີ້.

        ວັນທີ 23 ກັນຍາ, ບາງປະເທດໃນໂລກໄດ້ຍົກອອກປະຕິກິລິຍາພາຍຫຼັງການກະທຳນີ້ຂອງ ອີຣານ. ໃນຖະແຫຼງການ, ໂຄສົກກະຊວງການຕ່າງປະເທດ ຝຣັ່ງ Agnes Romatet – Espagne ໄດ້ຊີ້ແຈ້ງວ່າ: “ຝຮັ່ງ ສະເໜີໃຫ້ ອີຣານ ຢຸດຕິທຸກໆການກະທຳກໍ່ຄວາມຂາດສະຖຽນລະພາບຢູ່ພາກພື້ນ”. ຝຣັ່ງ ກໍ່ຮຽກຮ້ອງໃຫ້ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ປະຕິບັດບົດລາຍງານຄົບຖ້ວນກ່ຽວກັບເຫດຍິງທົດລອງລູກສອນໄຟນີ້. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Boris Jonhson ໄດ້ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງຕໍ່ເລື່ອງ ອີຣານ ດຳເນີນການທົດລອງລູກສອນໄຟຊຶ່ງລະເມີດມະຕິຂອງ ສປຊ ແລະ ຮຽກຮ້ອງໃຫ້ ເຕເຮຣານ ຢຸດຕິການກະທຳນີ້ໃນທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ