ອີຣານ ຕຳໜິຕິຕຽນ ບັນດາຄຳສັ່ງລົງໂທດຂອງ ອາເມລິກາ ແມ່ນ “ການເປັນປໍລະປັກທີ່ໄຮ້ເຫດຜົນ”

(VOVWORLD) - ກ່ອນໜ້ານັ້ນ 1 ວັນ, ກະຊວງການເງິນ ອາເມລິກາ ໄດ້ຈັດວາງຄຳສັ່ງລົງໂທດໃສ່ກຳລັງຕໍ່ຕ້ານ Basij ພ້ອມກັບເຄືອຂ່າຍ Bonyad Taavon Basij ເຊິ່ງແມ່ນເຄືອຂ່າຍສະໜອງ ພື້ນຖານໂຄງລ່າງດ້ານການເງິນໃຫ້ແກ່ກົມກອງນີ້

ວັນທີ 17 ຕຸລາ, ທ່ານ Bahram Ghasemi, ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ຊີ້ແຈ້ງວ່າ ບັນດາຄຳສັ່ງລົງໂທດໃໝ່ ຂອງ ອາເມລິກາ ສຳລັບກຸ່ມ Basij, ກົມກອງເຄິ່ງການທະຫານເຮັດວຽກໃຫ້ກຳລັງພິທັກຮັກສາປະຕິວັດອິດສະລາມ (IRGC), “ເປັນທີ່ຈະແຈ້ງແລ້ວວ່າໄດ້ການລະເມີດບັນດາຂໍ້ກຳນົດກົດໝາຍຂອງກົດໝາຍສາກົນ ແລະ ແມ່ນໝາກຜົນຂອງການກະທຳທີ່ເປັນປໍລະປັກໄຮ້ເຫດຜົນຂອງ ລັດຖະບານ ອາເມລິກາ ຕໍ່ ອີີຣານ”. ນອກຈາກນັ້ນ, ທ່ານ Ghasemi ຖືວ່າ: “ການຂາດຄວາມເຄົາລົບກົດໝາຍສາກົນຂອງ ອາເມລິກາ” ບໍ່ພຽງແຕ່ນາບຂູ່ເຖິງຜົນປະໂຫຍດຂອງປະຊາຊົນ ອີຣານເທົ່ານັ້ນ ຫາກຍັງນາບຂູ່ເຖິງຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງໂລກອີກດ້ວຍ.

        ກ່ອນໜ້ານັ້ນ 1 ວັນ, ກະຊວງການເງິນ ອາເມລິກາ ໄດ້ຈັດວາງຄຳສັ່ງລົງໂທດໃສ່ກຳລັງຕໍ່ຕ້ານ Basij ພ້ອມກັບເຄືອຂ່າຍ Bonyad Taavon Basij ເຊິ່ງແມ່ນເຄືອຂ່າຍສະໜອງ ພື້ນຖານໂຄງລ່າງດ້ານການເງິນໃຫ້ແກ່ກົມກອງນີ້. ຂໍ້ຕົກລົງນີ້ໄດ້ຍົກອອກມາກ່ອນນີ້ 2 ອາທິດເມື່ອອຳນາດການປົກຄອງປະທານາທິບໍດີ Donald Trump ຈັດວາງຄຳສັ່ງລົງໂທດໜັກໜ່ວງທີ່ສຸດຕໍ່ ອີຣານ ຄືນໃໝ່, ໃນນັ້ນມີຂະແໜງອຸດສາຫະກຳນ້ຳມັນບໍ່ຂອງ ເຕເຣຮານ.

ຕອບກັບ

ຂ່າວ/ບົດ​ອື່ນ