ອີຣານ ບໍ່ຢາກເຈລະຈາກັບ ອາເມລິກາ ກ່ຽວກັບຂໍ້ຕົກລົງນິວເຄຼຍ

(VOVWORLD) -ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານບໍ່ສົນໃຈເຖິງເລື່ອງເຈລະຈາກັບ ວໍຊິງຕັນ.
ອີຣານ ບໍ່ຢາກເຈລະຈາກັບ ອາເມລິກາ ກ່ຽວກັບຂໍ້ຕົກລົງນິວເຄຼຍ - ảnh 1ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ  (ພາບ: lobelog.com)

    ວັນທີ 16 ພຶດສະພາ, ທ່ານ Mohammad Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານບໍ່ສົນໃຈເຖິງເລື່ອງເຈລະຈາກັບ ວໍຊິງຕັນ, ພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Donald Trump ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ ປະຫວັດສາດທີ່ໃສ່ຊື່ວ່າ ແຜນການດໍາເນີນງານລວມຮອບດ້ານ (JCPOA) ເຊິ່ງ ເຕເຮຣານ ໄດ້ລົງນາມໃນປີ 2015 ກັບບັນດາປະເທດມະຫາອໍານາດ ແລະ ຈັດວາງບັນດາມາດຕະການລົງໂທດດ້ານເສດຖະກິດສໍາລັບ ເຕເຮຣານ ຄືນໃໝ່. ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ, ວັນທີ 16 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Zarif ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Shinzo Abe ສະເໜີ ອີຣານ ສືບຕໍ່ປະຕິບັດຂໍ້ຕົກລົງ JCPOA. ຕໍ່ຄໍາສະເໜີຂອງທ່ານ Shinzo Abe, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Zarif ຖືວ່າ ບັນດາມາດຕະການຮັບມືຂອງ ອີຣານ ສໍາລັບ ອາເມລິກາ ແມ່ນຢູ່ໃນຂອບເຂດຂໍ້ຕົກລົງນິວເຄຼຍ JCPOA.


ຕອບກັບ

ຂ່າວ/ບົດ​ອື່ນ