ອີຣານ ເດັດດ່ຽວບໍ່ປະນິປະນອມກ່ຽວກັບໂຄງການພັດທະນາລູກສອນໄຟ

(VOVWORLD) - ທ່ານ Bahram Qasemi ໄດ້ເວົ້າວ່າ: “ທ່ານນາງ Merkel ອາດຈະສະແດງທັດສະນະຂອງຕົນ… ແຕ່ທ່ານນາງຄວນເຂົ້າໃຈວ່າໂຄງການລູກສອນໄຟ ແລະ ຂໍ້ຕົກລົງນິວເຄຼຍ ແມ່ນ 2 ບັນຫາແຕກຕ່າງກັນ.

 ວັນທີ 20 ສິງຫາ, ທ່ານ Bahram Qasemi, ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ເນັ້ນໜັກວ່າ: ໂຄງການລູກສອນໄຟຂອງ ອີຣານ ແມ່ນບັນຫາບໍ່ສາມາດຍົກອອກມາເພື່ອເຈລະຈາ ແລະ ບໍ່ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍ ເຊິ່ງປະເທດນີ້ ແລະ ກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ອາເມລິກາ, ລັດເຊຍ, ຝລັ່ງ, ຈີນ ແລະ ເຢຍລະມັນ) ລົງນາມເມື່ອເດືອນກໍລະກົດ 2015, ຍັງເອີ້ນວ່າແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA). ເມື່ອເຕື້ອງເຖິງບົດຄຳເຫັນຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ກ່ຽວກັບເລື່ອງ ແບກແລງ ກຽມພ້ອມທີ່ຈະປົກປ້ອງ JCPOA, ທ່ານ Bahram Qasemi ໄດ້ເວົ້າວ່າ: “ທ່ານນາງ Merkel ອາດຈະສະແດງທັດສະນະຂອງຕົນ… ແຕ່ທ່ານນາງຄວນເຂົ້າໃຈວ່າໂຄງການລູກສອນໄຟ ແລະ ຂໍ້ຕົກລົງນິວເຄຼຍ ແມ່ນ 2 ບັນຫາແຕກຕ່າງກັນ. ພວກຂ້າພະເຈົ້າໄດ້ປະກາດຫຼັກໝັ້ນຂອງຕົນກ່ຽວກັບໂຄງການລູກສອນໄຟນີ້, ມັນບໍ່ອາດຍົກອອກມາເພື່ອເຈລະຈາ”. ທ່ານ Bahram Qasemi ຮັບຮູ້ເຖິງຄວາມມານະພະຍາຍາມຂອງບັນດາປະເທດທີ່ຂຶ້ນກັບສະຫະພາບເອີລົບ (EU) ແລະ ບັນດາປະເທດເຂົ້າຮ່ວມການລົງນາມຂໍ້ຕົກລົງນິວເຄຼຍ ທີ່ກ່າວມາຂ້າງເທິງຄື ລັດເຊຍ ແລະ ຈີນ ໃນການຮັກສາ JCPOA.

ຕອບກັບ

ຂ່າວ/ບົດ​ອື່ນ