ອີຣານ: ເອີລົບບໍ່ມີເວລາຫຼາຍເພື່ອກອບກູ້ຂໍ້ຕົກລົງນິວເຄຼຍ

(VOVWORLD) -ວັນທີ 17 ມິຖຸນາ, ສຳນັກຂ່າວສານເຄິ່ງທາງການ Fars ໄດ້ຄັດຄຳເວົ້າຂອງທ່ານປະທານາທິບໍດີອີຣານ Hassan Rouhani ທີ່ຖືວ່າ

ອີຣານ: ເອີລົບບໍ່ມີເວລາຫຼາຍເພື່ອກອບກູ້ຂໍ້ຕົກລົງນິວເຄຼຍ - ảnh 1 ທ່ານປະທານາທິບໍດີອີຣານ Hassan Rouhani

(ພາບປະກອບ: AFP/TTXVN)

ເອີລົບ ບໍ່ມີເວລາຫຼາຍອີກເພື່ອກອບກູ້ຂໍ້ຕົກລົງນິວເຄຼຍສາກົນກັບ ເຕເຮຣານ ພາຍຫຼັງວໍຊິງຕັນ ຖອນຕົວອອກຈາກຂໍ້ຕົກລົງທີ່ມີຊື່ວ່າ ແຜນການກະທຳລວມຮອບດ້ານ (JCPOA) ເຊິ່ງອີຣານ ລົງນາມກັບກຸ່ມ P5+1 (ລວມມີ 5 ປະເທດກຳມະການປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ) ເມື່ອປີ 2015. ໃນການພົບປະກັບເອກອັກຄະລັດຖະທູດຄົນໃໝ່ຝລັ່ງ ຢູ່ອີຣານ, ທ່ານ Rouhani ຖືວ່າ, ການລົ້ມເຫຼວຂອງຂໍ້ຕົກລົງນິວເຄຼຍ ຈະບໍ່ມີຜົນປະໂຫຍດໃຫ້ແກ່ພາກພື້ນ ແລະ ສາກົນ.

        ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍ, ໃນວັນດຽວກັນ, ໂຄສົກອົງການພະລັງງານປະລະມານູອີຣານ (AEOI) Behrouz Kamalvandi ຖະແຫຼງວ່າ, ອີຣານ ຕ້ອງຈຳກັດໂຄງການນິວເຄຼຍເຊິ່ງຝ່າຍຕາເວັນຕົກມີຄວາມວິຕົກກັງວົນວ່າຈະພາໄປເຖິງການພັດທະນາລະເບີດນິວເຄຼຍ. ເພື່ອແລກເອົາສິ່ງດັ່ງກ່າວ, ບັນດາປະເທດຝ່າຍຕາເວັນຕົກໄດ້ເຫັນດີຍົກເລີກທຸກມາດຕະການລົງໂທດແນໃສ່ເຕເຮຣານ.

ຕອບກັບ

ຂ່າວ/ບົດ​ອື່ນ