ອີຣານຖະແຫຼງຈະສືບຕໍ່ສົ່ງອອກນ້ຳມັນໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດຂອງອາເມລິກາ

(VOVWORLD) -ໃນບົດກ່າວປາໄສຢູ່ນະຄອນ Khoy, ວັນທີ 19 ພະຈິກ, ທ່ານປະທານາທິບໍດີອີຣານ Hassan Rouhani ຖະແຫຼງວ່າ, ເຕເຮຣານ ຈະສືບຕໍ່ສົ່ງອອກນ້ຳມັນ ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດຂອງວໍຊິງຕັນ.

ອີຣານຖະແຫຼງຈະສືບຕໍ່ສົ່ງອອກນ້ຳມັນໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດຂອງອາເມລິກາ - ảnh 1 ທ່ານປະທານາທິບໍດີອີຣານ Hassan Rouhani

(ພາບ: Al Jazeera)

ທ່ານປະທານາທິບໍດີ Hassan Rouhani ເນັ້ນໜັກວ່າ, ອາເມລິກາ ຖືກປະລາໄຊໃນການກີດຂວາງການເຄື່ອນໄຫວສົ່ງອອກນ້ຳມັນຂອງອີຣານ ຍ້ອນອາເມລິກາ ບໍ່ໄດ້ຮັບການສະໜັບສະໜູນທີ່ຈຳເປັນຂອງປະຊາຄົມສາກົນສຳລັບບັນດາມາດຕະການລົງໂທດແນໃສ່ອີຣານ. ທ່ານ Rouhani ຖືວ່າ, ອາເມລິກາ ພວມຖືກປິດລ້ອມ, ໃນຂະນະທີ່ ເຕເຮຣານ ພັດໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ.

        ໃນຕົວຈິງ, ສະຫະພາບເອີລົບ (ອີຢູ), ຝລັ່ງ, ເຢຍລະມັນ, ອັງກິດ, ລັດເຊຍ ແລະ ຈີນ, ເຊິ່ງແມ່ນບັນດາປະເທດເຂົ້າຮ່ວມຂໍ້ຕົກລົງນິວເຄຼຍກັບອີຣານ ເມື່ອປີ 2015 ພ້ອມກັບອາເມລິກາ, ພວມມານະພະຍາຍາມຊອກຫາວິທີທຳລາຍບັນດາມາດຕະການຈຳກັດຂອງອາເມລິກາ ຕໍ່ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ