ອີຣານບໍ່ອະນຸຍາດໃຫ້ກວດກາຕິດຕາມນິວເຄຼຍ“ພິເສດ”

ອີຣານບໍ່ອະນຸຍາດໃຫ້ກວດກາຕິດຕາມນິວເຄຼຍ“ພິເສດ” - ảnh 1
ທ່ານຜູ້ອຳນວຍການ​ອົງການ​ພະລັງງານປະລໍາມະນູ ອີຣານ Ali-Akbar
(ພາບ: presstv)

(vovworld) ​​-   ວັນ​ທີ 20/11, ຊ່ອງ​ໂທລະພາບ​ແຫ່ງ​ລັດ IRIB TV ຂອງ​ອີຣານ ​ໄດ້​ສົ່ງ​ຂ່າວ​ວ່າ: ທ່ານຜູ້ອຳນວຍການ​ອົງການ​ພະລັງງານປະລໍາມະນູ ອີຣານ Ali-Akbar ​ໄດ້​ຖະ​ແຫຼ​ງວ່າ Tehran ຈະ​ບໍ່​ອະນຸຍາດ​ໃຫ້​ການ​ກວດກາຕິດຕາມ       “ພິ​ເສດ” ​ໃດ​ຢູ່​ບັນດາ​ຮາກ​ຖານນິວເຄຼຍຂອງ​ປະ​ເທດ​ນີ້. ທ່ານ Salehi ຊີ້​ແຈ້ງວ່າ ອີຣານ “ຈະ​ບໍ່ຍອມຮັບ​ການ​ເຄື່ອນ​ໄຫວ​ກວດກາຕິດຕາມ​ພິ​ເສດໃດໆ” ​ໂດຍ​ອົງການ​ປະລໍາມະນູສາກົນ (IAEA) ດຳ​ເນີນ​ສະ​ເພາະ​ກັບ​ບັນດາ​ຮາກ​ຖານນິວເຄຼຍ​ຂອງ​ອີຣານ. ທ່ານ Salehi ​ເນັ້ນ​ໜັກ​ວ່າ: ບໍ່​ມີ​ເຫດຜົນ​ຫຍັງ​ເພື່ອ​ຈັດ​ວາງ​ບັນດາ “ຂໍ້​ກຳນົດ​ພິ​ເສດ” ສຳລັບ​ອີຣານ ຍ້ອນ​ປະ​ເທດ​ນີ້​ແມ່ນ​ຝ່າຍໜຶ່ງ​ໄດ້​ຮັບ​ການລົງ​ນາມ​ໃນ​ສົນທິສັນຍາ​ບໍ່​ເຜີຍ​ແຜ່ນິວເຄຼຍ (NPT) ​ແລະ ປະຕິບັດຕາມ​ບັນດາ​ຂໍ້​ກຳນົດປະລະ​ມານຸນິວເຄຼຍ.

 


ຂ່າວ/ບົດ​ອື່ນ