ອີຣານຢັ້ງຢືນອີກຄັ້ງໜຶ່ງຕໍ່ເລື່ອງບໍ່ເຈລະຈາກັບ ອາເມລິກາ ຄືນໃໝ່

(VOVWORLD) - ຕາມທ່ານ Khamenei ແລ້ວ, ບັນດາມາດຕະການລົງໂທດຂອງ ອາເມລິກາ ບໍ່ກໍ່ຜົນກະທົບສຳລັບບັນດາບັນຫາປະຈຸບັນ ຢູ່ ອີຣານ ແລະ ປັດໄຈສຳຄັນໃນປະຈຸບັນ ແມ່ນວິທີທີ່ການນຳປະເທດນີ້ແກ້ໄຂບັນດາບັນຫາ.
ອີຣານຢັ້ງຢືນອີກຄັ້ງໜຶ່ງຕໍ່ເລື່ອງບໍ່ເຈລະຈາກັບ ອາເມລິກາ ຄືນໃໝ່ - ảnh 1 ທ່ານ Ali Khamenei (ພາບ: Reuters)

ວັນທີ 13 ສິງຫາ, ການນຳດ້ານຈິດໃຈສູງສຸດຂອງ ອີຣານ, ທ່ານ Ali Khamenei ຢັ້ງຢືນວ່າ ຈະບໍ່ມີສົງຄາມ ຫຼື ການເຈລະຈາກັບ ອາເມລິກາ.

        ແລະ ຕາມທ່ານ Khamenei ແລ້ວ, ບັນດາມາດຕະການລົງໂທດຂອງ ອາເມລິກາ ບໍ່ກໍ່ຜົນກະທົບສຳລັບບັນດາບັນຫາປະຈຸບັນ ຢູ່ ອີຣານ ແລະ ປັດໄຈສຳຄັນໃນປະຈຸບັນ ແມ່ນວິທີທີ່ການນຳປະເທດນີ້ແກ້ໄຂບັນດາບັນຫາ.

        ໃນຂະນະນັ້ນ, ກໍ່ໃນວັນດຽວກັນ, ຊ່ອງໂທລະພາບ al – Jazeera ໄດ້ຄັດສະເໜີຄຳເວົ້າຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ໃຫ້ຮູ້ວ່າ: ປະເທດນີ້ຈະບໍ່ຈຳກັດລະດັບສົ່ງຜົນສະທ້ອນເຖິງຂອງຕົນຢູ່ ປະເທດຕາເວັນອອກກາງ, ໂດຍບໍ່ຫົວຊາຕໍ່ເລື່ອງ ວໍຊິງຕັນ ເພີ່ມຄວາມເຄັ່ງຕຶງສຳລັບ ເຕເຮຣານ ເພື່ອແນໃສ່ຄວບຄຸມບັນດາການເຄື່ອນໄຫວໃນພາກພື້ນຂອງປະເທດ ສາທາລະນະລັດ ອິດສະລາມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ