ອີຣານເປີດກໍລະນີຈະຖອນອອກຈາກຂໍ້ຕົກລົງນິວເຄຼຍສາກົນ

(VOVWORLD) -ວັນທີ 22 ກຸມພາ, ທ່ານຮອງລັດຖະມົນຕີກະຊວງຕ່າງປະເທດອີຣານ Abbas Araqchi ຖະແຫຼງວ່າ, ເຕເຮຣານ ຈະຖອນອອກຈາກຂໍ້ຕົກລົງນິວເຄຼຍລະຫວ່າງປະເທດນີ້ ແລະ ບັນດາປະເທດມະຫາອຳນາດໃນໂລກ

ອີຣານເປີດກໍລະນີຈະຖອນອອກຈາກຂໍ້ຕົກລົງນິວເຄຼຍສາກົນ - ảnh 1ທ່ານຮອງລັດຖະມົນຕີກະຊວງຕ່າງປະເທດອີຣານ Abbas Araqchi

(ພາບ: AFP/TTXVN)

ຫຼືເອີ້ນວ່າ ແຜນການກະທຳລວມຮອບດ້ານ (JCPOA), ຖ້າຫາກວ່າເຕເຮຣານ ບໍ່ມີຜົນປະໂຫຍດດ້ານເສດຖະກິດຈາກຂໍ້ຕົກລົງ ແລະ ບັນດາທະນາຄານໃຫຍ່ສືບຕໍ່ບໍ່ທຳມາຫາກິນກັບອີຣານ.

        ກ່າວຄຳເຫັນທີ່ສະຖາບັນຄົ້ນຄວ້າ Chatham ຢູ່ລອນດອນ, ທ່ານ Araqchi ເນັ້ນໜັກວ່າ, JCPOA ຈະບໍ່ສາມາດຄົງຕົວໄດ້ຕາມວິທີນີ້, ນັບທັງພາຍຫຼັງຈົດໝາຍຂອງປະທານາທິບໍດີອາເມລິກາ Donald Trump (ຮຽກຮ້ອງບັນດາຄູ່ຮ່ວມມືເອີລົບ ປັບປຸງ JCPOA) ໄດ້ຕອບສະໜອງ ຫຼື ຍົກເລີກບັນດາຄຳສັ່ງລົງໂທດຕໍ່ເຕເຮຣານ ໄດ້ຮັບການເປີດກວ້າງ. ທ່ານກໍ່ຢືນຢັນວ່າ, ຖ້າຫາກບັນດານະໂຍບາຍສັບສົນ ແລະ ບໍ່ແນ່ນອນກ່ຽວກັບ JCPOA ສືບຕໍ່ປະຕິບັດໃນຂະນະທີ່ບັນດາບໍລິສັດ ແລະ ທະນາຄານບໍ່ເຮັດວຽກກັບອີຣານ, ເຕເຮຣານ ບໍ່ສາມາດຮັກສາຂໍ້ຕົກລົງທີ່ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ປະເທດຊາດ. ພ້ອມທັງ, ທ່ານ Araqchi ກໍ່ກ່າວເຕື່ອນວ່າ, ໂລກຈະປະເຊີນໜ້າກັບວິກິດການນິວເຄຼຍອື່ນ ຖ້າຫາກ JCPOA ຖືກຍົກເລີກ.

ຕອບກັບ

ຂ່າວ/ບົດ​ອື່ນ