ອີຣານແລະອີຢູເຫັນດີເລີ່ມຕົ້ນການເຈລະຈາ

ອີຣານແລະອີຢູເຫັນດີເລີ່ມຕົ້ນການເຈລະຈາ - ảnh 1
ທ່ານ Mohammad Javad Zarif
ພາບ:ndtv.com


(vovworld)-​ ວັນ​ທີ 28/7, ທ່ານ Mohammad Javad Zarif, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໄດ້​ປະ​ກາດ​ວ່າ: ອີ​ຣານ ແລະ ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ເຫັນ​ດີ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາກ​ກ່ຽວ​ກັບ​ຫລາຍ​ບັນ​ຫາ, ໃນ​ນັ້ນ ຈຸດ​ສຸມ​ແມ່ນ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ​ກັບ​ຜູ​້​ຕາງ​ຫນ້າ​ຂັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ ຂອງ ອີ​ຢູ ທ່ານ ນາງ Federica Mogherini ຢູ່ ເຕ​ເຮ​ຣານ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Zarif ໃຫ້​ຮູ້​ວ່າ: ບັນ​ດາ​ການ​ເຈ​ລະ​ຈາ​ຂັ້ນ​ສູງ​ຈ​ະ​ຖືກ​ຈັດ​ຂຶ້ນ​ລະ​ຫວ່າງ ອີ​ຣານ ແລະ ອີ​ຢູ ກ່ຽວ​ກັບ​ບັນ​ດາ​ບັນ​ຫາບໍ່​ລົງ​ລອຍ​ກັນ. ສ່ວນ​ທ່ານ​ນາງ Mogherini ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ໃນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ ຂອງ​ອີ​ຣານ ຄວນ​ຢືດ​ໝັ້ນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕາ​ທີ່​ໄດ້​ເຫັນ​ດີ​ນຳ​ກັນ. ທ່ານ​ນາງ Mogherini ເນັ້ນ​ຫນັກ​ວ່າ: ການ​ປ​ະ​ຕິ​ບັດ​ຂໍ້​ຕົກ​ລົງ​ສຳ​ຄັນ​ນີ້ ຈະ​ເປ​ີດ​ຫນ້າ​ປະ​ຫວັດ​ສາດ​ໃຫມ່​ໃຫ້​ແກ່​ການ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ ລະ​ຫວ່າງ ອີ​ຣານ ແລະ ຝ່າຍ​ຕາ​ເວັນ​ຕົກ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ຄ້າ, ພະ​ລັງ​ງານ, ສິ່ງ​ແວດ​ລ້ອມ ແລະ ບັນ​ດາ​ການ​ພົວ​ພັນ​ດ້ານ​ການ​ເມືອງ. ຜູ້​ຕາງ​ຫນ້າ​ຂັ້ນ​ສູງ ອີ​ຢູ ປາດ​ຖະ​ຫນາ ຂໍ້​ຕົກ​ລົງ​ນິວ​ເຄຼຍ ນີ້ ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ລົງ​ນາມ​ເທົ່າ​ນັ້ນ ຫາກ​ສຳ​ຄັນ​ກວ່າ​ແມ່ນ​ການ​ປະ​ຕິ​ບັດ.

ຂ່າວ/ບົດ​ອື່ນ