ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ

(VOVWORLD) -ວັນທີ 16 ມັງກອນ, ພົນໂທ ຫງວຽນຈ້ອງເຫງັ້ຍ, ຮອບຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໄປສະຖານທູດປະເທດສປປ.ລາວ ປະຈຳຮ່າໂນ້ຍ ເພື່ອອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ (20 ມັງກອນ 1949 – 20 ມັງກອນ 2019).

ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ - ảnh 1ພົນໂທ ຫງວຽນຈ້ອງເຫງັ້ຍ ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ

(ພາບ: qdnd.vn)

ນະທີນີ້, ພົນໂທ ຫງວຽນຈ້ອງເຫງັ້ຍ ໃຫ້ຮູ້ວ່າ, ຫວຽດນາມ ກໍ່ຖືວັນທີ 20 ມັງກອນ ແມ່ນວັນບຸນໃຫຍ່ຂອງຕົນ. ສະນັ້ນ, ຫວຽດນາມ ພວມຈັດຕັ້ງຫຼາຍລາຍການ, ການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ເພື່ອຂ່ຳນັບຊົມເຊີຍ, ຖືນີ້ແມ່ນໂອກາດທີ່ດີເພື່ອສຶກສາ, ອົບຮົມລຸ້ນໜຸ່ມກ່ຽວກັບສາຍພົວພັນມິດຕະພາບແບບພິເສດລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ.

        ກ່າວສະແດງຄວາມຂອບໃຈການນຳກະຊວງປ້ອງກັນປະເທດຫວຽດນາມ, ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ຢືນຢັນວ່າ, ໃນຖານະຕຳແໜ່ງປະຕິບັດງານຂອງຕົນ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພັດທະນາ ແລະ ປົກປັກຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດໃຫ້ແກ່ຄົນລຸ້ນຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ