ອະດີດນັກສຶກສາຫວຽດນາມ ຕອບບຸນແທນຄຸນບັນດາຄູອາຈານລາວ

(VOVWORLD) -ຕອນຄ່ຳວັນທີ 06 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນການພົບປະທີ່ ເຕັມໄປດ້ວຍຄວາມຕື້ນຕັນໃຈລະຫວ່າງບັນດາຄູອາຈານລຸ້ນຕ່າງໆຂອງມະຫາວິທະຍາໄລແຫ່ງຊາດລາວ ກັບບັນດາອະດີດນັກສຶກສາຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ມະຫາວິທະຍາໄລ່ດັ່ງກ່າວ.
ອະດີດນັກສຶກສາຫວຽດນາມ ຕອບບຸນແທນຄຸນບັນດາຄູອາຈານລາວ - ảnh 1 (ອະດີດນັກສຶກສາຫວຽດນາມ ຕອບບຸນແທນຄຸນບັນດາຄູອາຈານລາວ)

ນີ້ແມ່ນເຫດການທີ່ແທດຈິງເພື່ອສະເຫຼີມສະຫຼອງ 23 ປີແຫ່ງວັນຄູລາວ (07 ຕຸລາ 1994 – 07 ຕຸລາ 2017); 55 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2017). ເຂົ້າຮ່ວມການພົບປະມີຄູອາຈານລຸ້ນຕ່າງໆຂອງມະຫາວິທະຍາໄລແຫ່ງຊາດລາວກວ່າ 60 ຄົນ ພ້ອມກັບອະດີດນັກສຶກສາຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ໂຮງຮຽນແຫ່ງນີ້ເກືອບ 100 ຄົນ ປະຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ລາວ. ໃນບັນຍາກາດທີ່ອົບອຸ່ນ, ຕື້ນຕັນໃຈ ແລະ ຈິງໃຈ, ບັນດາຄູອາຈານລາວ ພ້ອມກັບອະດີດນັກສຶກສາຫວຽດນາມ ໄດ້ຫວນຄືນບັນດາອານຸສອນໃນເມື່ອກ່ອນ, ພ້ອມກັນຮັບຟັງບັນດາບົດເພງຍ້ອງຍໍບ້ານເກີດເມືອງນອນປະເທດຊາດ, ກ່ຽວກັບການພົວພັນແບບພິເສດຫວຽດນາມ - ລາວ ແລະ ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ