ອະດີດນາຍົກລັດຖະມົນຕີອິນເດຍ Atal Bihari Vajpayee ເຖິງແກ່ມໍລະນະກຳດ້ວຍອາຍຸ 93 ປີ

(VOVWORLD) -ວັນທີ 16 ສິງຫາ, ທ່ານນາຍົກລັດຖະມົນຕີອິນເດຍ Narenda Modi ໄດ້ແຈ້ງວ່າ, ທ່ານອະດີດນາຍົກລັດຖະມົນຕີອິນເດຍ Atal Bihari Vajpayee ເຖິງແກ່ມໍລະນະກຳດ້ວຍອາຍຸ 93 ປີ.

ອະດີດນາຍົກລັດຖະມົນຕີອິນເດຍ Atal Bihari Vajpayee ເຖິງແກ່ມໍລະນະກຳດ້ວຍອາຍຸ 93 ປີ - ảnh 1 ທ່ານອະດີດນາຍົກລັດຖະມົນຕີອິນເດຍ Atal Bihari Vajpayee ເຖິງແກ່ມໍລະນະກຳ

(ພາບປະກອບ: AFP/TTXVN)

ໃນໄລຍະກຳອຳນາດຂອງຕົນ, ທ່ານ Vajpayee ໄດ້ອອກຄຳສັ່ງດຳເນີນບັນດາເຫດທົດລອງນິວເຄຼຍ ເພື່ອນຳປະເທດອິນເດຍ ກາຍເປັນປະເທດມະຫາອຳນາດກ່ຽວກັບອາວຸດນິວເຄຼຍ. ເຊິ່ງແມ່ນນັກກະວີ ແລະ ນັກການເມືອງ, ທ່ານ Vajpayee ແມ່ນໜຶ່ງໃນບັນດາການນຳໄດ້ຮັບຄວາມຮັກຫອມທີ່ສຸດໃນພັກ Bharatiya Janata (BJP) ຂອງທ່ານນາຍົກລັດຖະມົນຕີ Modi ແລະ ແມ່ນຜູ້ຕາງໜ້າສະຫງົບສຸກຂອງລັດທິຊົນຊາດ Hindu. ໃນຖານະເປັນນາຍົກລັດຖະມົນຕີ, ທ່ານເຄີຍໄປເຖິງປາກິດສະຖານ ດ້ວຍລົດເມ ເພື່ອສະແດງເຈດຕະນາດີດ້ານການທູດ.

        ທ່ານ Atal Bihari Vajpayee, ເກີດວັນທີ 25 ທັນວາ 1924, ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີຄັ້ງທຳອິດໃນປີ 1996, ຄັ້ງທີ 2 ແຕ່ປີ 1998 – 1999 ແລະ ຄັ້ງທີ 3 ແຕ່ປີ 1999 – 2004.

ຕອບກັບ

ຂ່າວ/ບົດ​ອື່ນ