ອະດີດຮອງປະທານປະເທດຢ້ຽມຢາມ,ມອບຂອງຂວັນໃຫ້ປະຊາຊົນເຂດຖືກນ້ຳແກ່ງຢູ່ແຂວງກວາງບີງ

ອະດີດຮອງປະທານປະເທດຢ້ຽມຢາມ,ມອບຂອງຂວັນໃຫ້ປະຊາຊົນເຂດຖືກນ້ຳແກ່ງຢູ່ແຂວງກວາງບີງ - ảnh 1
ທ່າ​ນາງ​ອະດີດ​ຮອງປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ໝີ​ຮວາ
ມອບຂອງຂວັນໃຫ້​ປະຊາຊົນ​ເຂດ​ຖືກ​ນ້ຳ​ແກ່ງ​ຢູ່​ແຂວງ ກວາງ​ບີ​ງ
(ພາບ: baoquangbinh.vn)

(vovworld) - ​ ​ໃນ​ລະຫວ່າງ​ວັນ​ທີ 16 – 17/11, ຄະນະ​ຜູ້​ແທນ​ຂອງ​ທ່າ​ນາງ​ອະດີດ​ຮອງປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ໝີ​ຮວາ, ປະທານ​ສະພາ​ກອງ​ທຶນ​ສຶກສາ ​ເວື​ອອາ​ຢີ໋ງ ລົງ​ຢ້ຽມຢາມ ​ແລະ ມອບຂອງຂວັນ 800 ພຸດ​ໃຫ້​ປະຊາຊົນ​ເຂດ​ຖືກ​ນ້ຳ​ແກ່ງ​ຢູ່​ແຂວງ ກວາງ​ບີ​ງ. ​ຂອງຂວັນ​ທີ່​ມອບ​ໃຫ້​ພໍ່​ແມ່​ປະຊາຊົນ​ມີ​ລວມຍອດມູນ​ຄ່າ​ກ່ວາ 400 ລ້ານ​ດົ່ງ, ລວມມີ: ​ເງິນສົດ ​ແລະ ບັນດາ​ເຄື່ອງ​ໃຊ້​ສອຍ​ທີ່​ຈຳ​ເປັນເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກໍ່​ມອບ​ເຮືອນ​ຢູ່​ 12 ຫລັງ​ທີ່​ມີ​ຄວາມ​ສາມາດ​ທົນທານ​ກັບ​ນ້ຳ​ແກ່ງ​ດ້ວຍ​ມູນ​ຄ່າ 600 ລ້ານ​ດົ່ງ, ​ໃຫ້​ບັນດາ​ຄອບຄົວທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ມີ​ເຮືອນ​ຖືກ​ນ້ຳ​ແກ່ງ​ທຳລາຍ. ທ່ານ​ນາງ​ອະດີດ​ຮອງ​ປະທານ​ປະ​ເທດ ​ເຈືອງ​ໝີ​ຮວາ ປະທານ​ສະພາ​ກອງ​ທຶນ​ສຶກສາ ​ເວື​ອອາ​ຢີ໋ງ ​ໃຫ້​ຮູ້​ວ່າ:

        “ຜູ້​ໃດ​ກໍ່​ມີນ້ຳ​ໃຈ​ຮັກ​ແພງ​ມະນຸດ​ຄື​ກັນ ​ແຕ່​ເງື່ອນ​ໄຂ, ຊີວິດ​ຂອງແຕ່​ລະບຸ​ກຄົນ, ​ແຕ່​ລະ​ຫົວໜ່ວຍ, ​ແຕ່​ລະ​ອົງການ…ພັດ​ແຕກ​ຕ່າງ​ກັນ ​​ເຂົາ​ເຈົ້າ​ໄດ້ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບ​ສ່ວນໃນ​ການ​ເດີ​ນທາງ​ຄັ້ງ​ນີ້. ​ຫວັງ​ວ່າ ຜ່ານພາຍຸ​ຄັ້ງ​ນີ້ ພໍ່​ແມ່​ປະຊາຊົນ​ພວກ​​ເຮົາ ແຕ່ລະຄົນ​ຈະ​ມານະ​ພະຍາຍາມ​ສູ້​ຊົນ​ພ້ອມ​ກັບອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ, ທ້ອງ​ຖິ່ນ​ຕັດສິນ​​ໃຈກໍ່ສ້າງ​ເຮືອ​ນ ຊານ​ບ້ານ​ຊ່ອງຂອງ​ຕົນ​ຄືນ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ