ອະນຸກຳມະການບຸກຄະລາກອນແລະແກ້ໄຂການຮ້ອງທຸກຟ້ອງຮ້ອງ-ສະພາເລືອກຕັ້ງແຫ່ງຊາດຈັດວາລະປະຊຸມກະກຽມ

ອະນຸກຳມະການບຸກຄະລາກອນແລະແກ້ໄຂການຮ້ອງທຸກຟ້ອງຮ້ອງ-ສະພາເລືອກຕັ້ງແຫ່ງຊາດຈັດວາລະປະຊຸມກະກຽມ - ảnh 1
ທ່ານ ຟຸ່ງກ໋ວກ​​ຫຽນ, ກ່າວ​ຄ​ຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ
(ພາບ: TTXVN)

(vovworld) - ຕອ​ນ​ເຊົ້າ​ວັ​ນ​ທີ 07/06, ອະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລາ​ກອນ​ແລະ​ແກ້​ໄຂ​​ຄຳ​ຮ້ອງ​ທຸກ​ຟ້ອງ​ຮ້ອງ - ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ໄດ​້​ຈ​ັດວາ​ລະປະ​ຊຸມ​ກະ​ກ​ຽມ​ເພື່ອ​ແນ​ໃສ່ກະ​ກຽ​ມ​ບັນ​ດາ​ເນື້ອ​ໃນ​ໃຫ້​​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 6 ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ເຊິ່ງ​ຈະ​ດຳ​ເນີນ​ໃນ​ວັນ​ທີ 08/06 ໃຫ້​ສຳ​ເລດ. ທີ່ກອງ​ປະ​ຊຸມ, ບັນ​ດາ​ສະ​ມາ​ຊິກ​ອະ​ນຸ​ກຳ​ມະ​ການ ໄດ້​ປຶກ​ສາ​ຫາ​ລື​ຮ່າງ​ບົດ​ບັນ​ທຶກ​ສະ​ຫຼຸບ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ມະ​ຕິ​ປະ​ກາດ​ໝາກ​ຜົນ​ການ​ເລືອກ​ຕັ້ງ ແລະ ບັນ​ຊ​ີ​ລາຍ​ຊື່​ບັນ​ດາ​ຜູ້​ໄດ້​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ຜູ້​ຕາງ​ໜ້າການ​ນຳ​ອະ​ນຸ​ກຳ​ມະ​ການ ຮັບ​ຜິ​ດ​ຊອບ​ກ່ຽວ​ກັບ​ການ​​ແກ້​ໄຂຮ້ອງ​ທຸກ​ຟ້ອງ​ຮ້ອງ ​ໄດ້ສະ​ເໜີ​ບົດ​ລາຍ​ງານ​ວຽກ​ງານ​ແກ້​ໄຂ​​ຄຳ​ຮ້ອງ​ທຸກ​ຟ້ອງ​ຮ້ອງ. ກ່າວ​ຄ​ຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ​ທ່ານ ຟຸ່ງກ໋ວກ​​ຫຽນ​, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າ​ອະ​ນຸ​ກຳ​ມະ​ການບຸກ​ຄະ​ລາ​ກອນ​ແລະ​ແກ້​ໄຂ​ການ​ຮ້ອງ​ທຸກ​ຟ້ອງ​ຮ້ອງ ໄດ້​ໃສ່​ໃຈ​ວ່າ ​ພາຍ​ຫຼັງ​ທີ່​ໄດ້​ປະ​ກາດ​ໝາກ​ຜົນ​ການ​ເລືອກ​ຕັ້ງ ແລະ ບັນ​ຊີ​ລາຍ​ຊື່ບັນ​ດາ​ຜູ້​ໄດ້​ຮັບເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ອະ​ນຸ​ກຳ​ມະ​ການ​ຈະ​ສືບ​ຕໍ່​ພິ​ຈາ​ລະ​ນາ​​ເລື່ອງ​ແກ້​ໄຂ​ບັນ​ດາ​​ຄຳຮ້ອງ​ທຸກ ກ່ຽວ​ກັບ​ໝາກ​ຜົນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາ​ດ​ຊຸດ​ທີ 14 (ຖ້າ​ມີ); ເພື່ອຊ່ວຍ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ພິ​ຈ​າ​ລະ​ນາຖາ​​ນະ​ບຸກ​ຄົນ​ຂອງ​ຜູ້​ທີ່​ໄດ້​ຮັບ​ເລືອກ​ຕັ້ງເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ