ອະນຸກຳມະການເສດຖະກິດສັງຄົມເຮັດວຽກກັບການນຳບັນດາທ້ອງຖິ່ນພາກເຫນືອ

(VOVWORLD) -ຕອນບ່າຍວັນທີ 23 ເມສາ ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ການເຮັດວຽກລະຫວ່າງອະນຸກຳມະການເສດຖະກິດສັງຄົມ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 8 ຂອງພັກກອມມູນິດຫວຽດນາມ  ກັບ ນະຄອນ ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນທາງພາກເຫນືອ, 

ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວຫນ້າອະນຸກຳມະການ ຊີ້ແຈ້ງວ່າ: ຍຸດທະສາດ 10 ປີແຫ່ງການພັດທະນາເສດຖະກິດ ສັງຄົມ ແລະ ແຜນການພັດທະນາເສດຖະກິດ ສັງຄົມໄລຍະ 5 ປີ ຄືແຕ່ປີ 2021 – 2025 ແມ່ນເອກະສານສຳຄັນສອງສະບັບຮັບໃຊ້ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 8 ຂອງພັກ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາທ້ອງຖິ່ນ ສະເຫນີທິດທາງ, ຫນ້າທີ່, ມາດຕະການບຸກທະລຸ,  ປະດິດຄິດສ້າງເພື່ອພັດທະນາທ້ອງຖິ່ນ, ພັດທະນາເຂດ ແລະ ທົ່ວປະເທດຮອດປີ 2025, ການນຳນົດທິດຮອດປີ 2030 ແລະ ວິໄສທັດຮອດປີ 2045. ທ່ານນາຍົກລັດຖະມົນຕີ ສະເຫນີ ການນຳນະຄອນ ຮ່າໂນ້ຍ ຍົກອອກມາດຕະການ ເສີມຂະຫຍາຍບົດບາດຂອງນະຄອນຫລວງ.

ຕອບກັບ

ຂ່າວ/ບົດ​ອື່ນ