ອະນຸມັດຜ່ານສັນຍາຫຼີກລ້ຽງການເກັບພາສີຊ້ອນກັບອາເມລິກາ

ອະນຸມັດຜ່ານສັນຍາຫຼີກລ້ຽງການເກັບພາສີຊ້ອນກັບອາເມລິກາ - ảnh 1
ພິ​ທີ​ເຊັນ​ສັນ​ຍາ​ຫຼີກ​ລ້ຽງ​ການ​ເກັບ​ພາ​ສີ​ຊ້ອນ ລະ​ຫວ່າງ 2 ຝ່າຍ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) - ​​​​ລັດ​ຖະ​ບານ ຫວຽດ​ນາມ ຫາກໍ່​ປະ​ກາດ​ໃຊ້​ມະ​ຕິ​ອະ​ນຸ​ມັດ​ຜ່ານ​ສັນ​ຍາ ແລະ ອະ​ນຸ​ສັນ​ຍາ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ກ່ຽວ​ກັບ​ການຫຼີກ​ລ້ຽງການ​ເກັບ​ພາ​ສີ​ຊ້ອນ ແລະ ສະ​ກັດ​ກັ້ນ​ການ​​ໜີ​ພາ​ສີ​ສຳ​ລັບ​ບັນ​ດາ​ປະ​ເພດ​ພາ​ສີ​ລາຍ​ຮັບ. ລັດ​ຖະ​ບານ ຮຽກ​ຮ້ອງ​​ກະ​ຊວງ​ການ​ຕ່າງ​ປະ​ເທດ ​​ປະ​ກອບ​ບັນ​ດາ​ເອ​ກະ​ສານ​ການ​ຕ່າງ​ປະ​ເທດ, ປະ​ກາດ ແລະ ເກັບ​ຮັກ​ສາ​ສັນ​ຍາ ແລະ ອະ​ນຸ​ສັນ​ຍາ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ກະ​ຊວງ​ການ​ເງິນ​ເປັນ​ປະ​ທານ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ອົງ​ການ​ກ່ຽວ​ຂ້ອງ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ພາຍຫຼັງ​ສັນ​ຍາ ແລະ ອະ​ນຸ​ສັນ​ຍາ​ມີ​ຜົນ​ສັກ​ສິດ.


ຂ່າວ/ບົດ​ອື່ນ