ອະນຸລັກ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳເຂດດິນແດນ ນາມດິງ ເກົ່າ

(VOVWORLD) - ແຕ່ວັນທີ 22 - 24 ກຸມພາ, ຢູ່ຫໍພິພິທະພັນແຂວງ ນາມດິງ, ພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວແຂວງ ນາມດິງ ຈັດຕັ້ງຕະຫລາດບຸນເຕັດ “ເຂດດິນແດນ ນາມດິງ”.
ອະນຸລັກ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳເຂດດິນແດນ ນາມດິງ ເກົ່າ - ảnh 1 ອະນຸລັກ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳເຂດດິນແດນ ນາມດິງ ເກົ່າ (ພາບ: daidoanket)

ການເຄື່ອນໄຫວເພື່ອແນໃສ່ແນະນຳມໍລະດົກວັດທະນະທຳ, ບັນດາເອກະສານວັດຖຸພັນ, ຮູບພາບດີເດັ່ນຂອງ ນາມດິງ ເກົ່າ, ຜ່ານນັ້ນ ປະກອບສ່ວນອະນຸລັກ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ພັດທະນາທ່ອງທ່ຽວ ນາມດິງ.

        ມາຢ້ຽມຊົມຕະຫລາດບຸນເຕັດ “ເຂດດິນແດນ ນາມດິງ”, ປະຊາຊົນ, ແຂກທ່ອງທ່ຽວຈະໄດ້ພົບເຫັນສາງເອກະສານວັດຖຸພັນ, ຮູບພາບທີ່ອຸດົມສົມບຸນກ່ຽວກັບຊີວິດປະຈຳວັນ, ບັນດາກິດຈະກຳວັດທະນະທຳ, ປະຫວັດສາດຂອງເຂດດິນແດນ ນາງດິງ. ນອນນັ້ນ, ແຂກທ່ອງທ່ຽວຍັງຄົງໄດ້ລົງໄປທັດສະນະສຶກສາ, ຊອກຮູ້ສິລະປະລະຄອນຕຸກກະຕານ້ຳ, ຮັບປະທານສະບຽງອາຫານທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນຕ່າງໆໃນແຂວງ ນາມດິງ.

ຕອບກັບ

ຂ່າວ/ບົດ​ອື່ນ