ອະນຸສອນ​ແຫ່ງ​ວັນ​ທຳ​ອິດ​ທີ່​ຍາດ​ໄດ້​ເອກະລາດ

ອະນຸສອນ​ແຫ່ງ​ວັນ​ທຳ​ອິດ​ທີ່​ຍາດ​ໄດ້​ເອກະລາດ - ảnh 1
 ທ່ານ​ປະທານ ​ໂຮ່ຈີ​ມິນ ​ໄດ້ອ່ານຖະ​ແຫຼ​ງການປະກາດ​ເອກະລາດ
 ສະຖາປະນາ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ
(ພາບປະກອບ)


(vovworld) - ວັນ​ທີ 02/09/1945 ຢູ່ສະໜາມ​ຫລວງ ບາ​ດີງ (ຮ່າ​ໂນ້ຍ), ທ່ານ​ປະທານ ​ໂຮ່ຈີ​ມິນ ​ໄດ້ອ່ານ ຖະ​ແຫຼ​ງການປະກາດ​ເອກະລາດ, ສະຖາປະນາ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ. ນັບ​ແຕ່​ນັ້ນ, ປະຫວັດສາດ​ຂອງ​ຊາດ ຫວຽດນາມ ​ໄດ້ກ້າວ​ເຂົ້າ​ສູ່ໜ້າ​ໃໝ່, ກ້າວ​ເຂົ້າ​ສູ່​ສັງກະ​ລາດ​​ແຫ່ງ​ເອກະລາດ, ​ເສລີພາບ. ສຳລັບ​ຊາວ ຫວຽດນາມ ​ແຕ່ລະຄົນ, ​ໃນ​ຊຸນ​ວັນ​ທຳ​ອິດ​ທີ່​ເປັນພົນລະ​ເມືອງ​ຂອງ​ປະ​ເທດ​ເສລີພາບ​ແມ່ນອະນຸສອນ​ບໍ່​ສາມາດ​ຫລົງ​ລືມ​ໄດ້.

        ຜູ້​ໃດ​ໄດ້​ເຫັນປະຈັກ​ຕາ​ບັນຍາກາດ​ຂອງ​ວັນ​ທີ 02/09/1945 ​ແມ່ນບໍ່ສາມາດ​ລືມ​​ໄດ​້ຈຸ​ດ​ເວລາ​ປະຫວັດສາດສຳຄັນ​ຍິ່ງ ​ເມື່ອ​ປະທານ ​ໂຮ່ຈີ​ມິນ ອ່ານ​ຖະ​ແຫຼ​ງການ​ປະ​ກາດ​ເອກະລາດ.

        “ປະ​ເທດ ຫວຽດນາມ ມີ​ສິດ​ ​ດຳລົງ​ຊີວິດ​ໃນຄວາມເສລີພາບ ​ແລະ ​ເອກະລາດ ​ແລະ ​ໄດ້​ກາຍ​ເປັນ​ປະ​ເທດ​ເສລີພາບ, ​ເອກະລາດຢ່າງ​ແທ້​ຈິງ. ປະຊາຊົນທົ່ວ​ປະ​ເທດ ຫວຽດນາມ ຕັດສິນ​ນ້ຳ​ໃຈ ປະກອບ​ຈິດ​ໃຈ, ກຳລັງ​ເຫື່ອ​ແຮງຊີວິດ ​ແລະ ຊັບ​ສິນຂອງ​ຕົນ ​ເພື່ອ​ຮັກສາ​ສິດ​ເສລີພາບ​ເອກະລາດ​ນັ້ນ​ໄວ້​ຢ່າງໝັ້ນຄົງ”.

​        ໃນ​ຄາວ​ນັ້ນ, ນັບ​ແຕ່​ຮຸ່ງ​ເຊົ້າຂອງ​ມື້​ນັ້ນ ປະຊາຊົນ​ຈາກ​ທົ່ວ​ທຸກ​ແຫ່ງ​ໄດ້​ພາກັນ​ມຸ່ງ​ໄປ​ເຖິງ​ສະໜາມ​ຫລວງ ບາ​ດີງ ດ້ວຍ​ຄວາມ​ເລີກ​ບານ​ມ່ວນ​ຊື່ນ​ ຜູ້​ໃດ​ກໍ່​ກຳທຸງ​ແດງ​ດາວ​ເຫຼືອງ​ນ້ອຍ​ໃນ​ມື, ໜ້າ​ຕາສົດ​​ໃສ​ເຕັມ​ໄປ​ດ້ວຍ​ຄວາມ​ຜາ​ສຸກ ​ຍ້ອນໄດ້​ເຂົ້າ​ຮ່ວມ​ວັນ​ບຸນ​ໃຫຍ່​ສຸດ​ຂອງທົ່ວ​ປະ​ເທດ​. ທ່ານ ​ເລ​ດຶກ​ເວີນ ຜູ້​​ມີໜ້າ​ຢູ່​ສະໜາມ​ຫລວງ ​ໃນ​ຄາວ​ນັ້ນ ຫວນ​ຄືນ​ວ່າ:

        “ວັນ​ທີ 02/09, ທົ່ວນະຄອນ ຮ່າ​ໂນ້ຍ ຄຶກຄື້ນມ່ວນ​ຊື່ນ, ທຸກ​ຄົ​ນຜູ້​ເຮັດ​ປະຕູ​​ໂຂງຕ້ອນຮັບ​, ຜູ້ຫຍິບ​ທຸງ, ມີ​ບາງຄອບຄົວ​ຫຍິບທຸງ​ເຖິງ 3 ຜືນ, ​ແລ້​ວຮຽນຂັບ​ຮ້ອງບົດ​ເພງ​ຊາດ, ບົດ​ເພງ​ດັບ​ສູນ​ຟາດ​ຊິດ. ທົ່ວ​ປວງ​ຊົນ​ປິ​ຕິ​ຊົມ​ຊື່ນຂ່ຳນັບ​ຮັບຕ້ອນ​ເອກະລາດ, ​ລັດຖະບານ ​ແລ​ະ ຄຳຖະ​ແຫຼ​ງການປະກາດ​ເອກະລາດ. ນັ້ນ​ກໍ່​ແມ່ນ​ເທື່ອ​ທຳ​ອິດ​ທຸກ​ຄົນ​ໄດ້​ຮູ້ຈັກ​ປະທານ ​ໂຮ່ຈີ​ມິນ. ກ່ອນ​ນັ້ນ ທຸກ​ຄົນ ​ແລະ ຂ້າພະ​ເຈົ້າ​ເອງ​ກໍ່​ບໍ່​ຮູ້ຈັກ​ເພີ່ນ​ແມ່ນ​​ໃຜ.

        ທ່ານ ຫງວຽນ​ກວາງ​ຟ່ອງ ອະດີດ​ເປັນ​ນັກຮົບ​ຕຳຫລວດ​ຂອງ​ພະ​ແນ​ກສືບ​ລາຊະການ​ລັບຢູ່ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ກຳລັງ​ສືບ​ລາຊະການ​ລັບ ​ແລະ ຕຳຫລວດ​ພາກ​ເໜືອ​ເປັນ​ກຽດ​ໄດ້​ຮັບ​ໜ້າ​ທີ່​ປ້ອງ​ກັນພິທີ​ຢູ່ ບາ​ດີງ. ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ງານ​ໂຮມ​ຊຸມນຸມ, ຕ້ານ​ຄືນ​ທຸກ​ການ​​ເຄື່ອນ​ໄຫວມ້າງ​ເພທຳລາຍ​ຂອງ​ສັດຕູ

        “ວັນ​ທີ 02/09 ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ງານໂຮມ​ຊຸມນຸມ ​ແລະ ປ້ອງ​ກັນຂະ​ບວນລົດ​ຂົນ​ສົ່ງ​ປະທານ ​ໂຮ່ຈີ​ມິນ ​ໄປ​ເຖິງ​ເວທີ. ຄາວ​ນັ້ນ ຍັງ​ບໍ່​ທັນ​ມີຊຸດ​​ເຄື່ອງ​ແບບ​ໃຫ້​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ດັ່ງ​ນັ້ນ ລ້ວນ​ແຕ່​ນຸ່ງ​ເສື້ອ​ເສີດ, ຖີບ​ລົດຖີບ​ປ້ອງ​ກັນ​ລົດ​ໂອ​ໂຕ​ຂອງ​ເພີ່ນ​ເທົ່າ​ນັ້ນ”.

        ສຳລັບ​ປ້າ ​ເລ​ທີ, ຄວາມເປັນ​ກຽດ​ທີ່​ສຸດ ສຳລັບປ້າ​ ນັ້ນ​ແມ່​ເວລາໄດ້ຊັກ​ທຸງຊາດ​ໃນ​ເຫດການ​ປະຫວັດ​ສາດຂອງ​ປະ​ເທດ​ກ່ອນ​ນີ້​ກ່ວາ 70 ປີ​.

        “ຂ້າພະ​ເຈົ້າ​ຂຶ້ນ​ເວທີທັງ​ຍ່າງ​ທັງ​ເປັນ​ຫ່ວງ ​ເພາະວ່າ ຂ້າພະ​ເຈົ້າ​ບໍ່​ໄດ້​ກະກຽມ​ກ່ອນ. ​ໃກ້​ຈະ​​ໄປຮອດ​ເວທີ ຂ້າພະ​ເຈົ້າ​ໄດ້ພົບ​​ແມ່ຍິງ​ຜູ້​ໜຶ່ງ, 2 ​ເອື້ອຍ​ນ້ອງ​ຈັບ​ມື​ກັນ​ຂຶ້ນ​ເວທີ. ​ເມື່ອ​ເພງຊາດດັງກອງ​ກັນ​ວານ ພວກ​ຂ້າພະ​ເຈົ້າກໍ່​ຄ່ອຍໆ​ຊັກ​ທຸງຊາດ, ​ເມື່ອ​ບົດ​​ເພງ​ຢຸດຕິ​ລົງ ທຸງຊາດ​ກໍ່​ປິວ​ສະ​ບັດ ພວກ​ຂ້າພະ​ເຈົ້າ ດີ​ໃຈ​ຫລາຍ ຍ້ອນ​ໄດ້​ປະຕິບັດ​ສຳ​ເລັດ​ໜ້າ​ທີ່”.

        ກ່ວາ 70 ປີຜ່ານມາ, ​ແຕ່ບັນ​ດາອະນຸສອນ​ກ່ຽວ​ກັບ​ຊຸມ​ວັນ​ທຳ​ອິດ​​ທີ່ປະ​ເທດ​ຊາດ​ເປັນ​ເອກະລາດ, ​ເສລີພາບ ຍັງ​ຄົງ​ຝັງ​ເລິກ​ໃນ​ໃຈຂອງ​​ຊາວ ຫວຽດນາມ ​ແຕ່ລະຄົນ​ຕະຫລອດ​ໄປ.

ຂ່າວ/ບົດ​ອື່ນ