ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ແມ່ນພະຍານຫຼັກຖານແຫ່ງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ

(VOVWORLD) - ວັນທີ 20 ຕຸລາ, ກຳປູເຈຍ ໄດ້ຈັດຕັ້ງພິທີເປີດສະຫຼອງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ນະຄອນ Kep, ແມ່ນນະຄອນທະເລທີ່ມີຄວາມສະຫງົບສຸກ ຕັ້ງຢູ່ແຄມທະເລອ່າວໄທ, ເມືອງເອກຂອງແຂວງ Kep. 
ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ແມ່ນພະຍານຫຼັກຖານແຫ່ງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ - ảnh 1 ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ

ນີ້ແມ່ນອະນຸສາວະລີມິດຕະພາບແຫ່ງທີ 11 ໄດ້ກໍ່ສ້າງ ແລະ ເປີດສະຫຼອງຕາມການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.

       ເລື່ອງກໍ່ສ້າງ ແລະ ເປີດສະຫຼອງອະນຸສາວະລີ ແມ່ນແນໃສ່ເພື່ອອາໄລຫາ ແລະ ສະແດງຄວາມຮູ້ ຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໝັກ ຫວຽດນາມ ແລະ ນັກຮົບຮັກຊາດ ກຳປູເຈຍ ທີ່ໄດ້ເສຍສະຫຼະເລືອດເນື້ອ ເພື່ອປົດປ່ອຍປະເທດຊາດ ແລະ ປະຊາຊົນ ກຳປູເຈຍ ຫລຸດພົ້ນອອກຈາກໄພດັບສູນເຊື້ອຊາດ. ອະນຸສາວະລີແມ່ນສັນຍາລັກແຫ່ງນ້ຳໃຈມິດຕະພາບລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດໄດ້ພ້ອມກັນສາມັກຄີ, ຮຽງບ່າຮຽງໄຫລ່ປົດປ່ອຍ ແລະ ຟື້ນຟູປະເທດ ກຳປູເຈຍ ທີ່ມີການພັດທະນາຄືທຸກວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ