ອະນາຄົດຂອງພາກພື້ນ APEC ແມ່ນອະນາຄົດຂອງ ຫວຽດນາມ

(VOVWORLD) - ອະນາຄົດຂອງພາກພື້ນ APEC ແມ່ນອະນາຄົດຂອງ ຫວຽດນາມ - ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກຄືແນວນັ້ນໃນບົດກ່າວປາໄສທີ່ວາລະໄຂກອງປະຊຸມຄົບຄະນະຄັ້ງທີ 24 ສະພາຮ່ວມມືດຳເນີນທຸລະກິດ APEC, ຊຶ່ງຈັດຕັ້ງໃນຕອນເຊົ້າວັນທີ 15 ພຶດສະພາ ຢູ່ຮ່າໂນ້ຍ.
ອະນາຄົດຂອງພາກພື້ນ APEC ແມ່ນອະນາຄົດຂອງ ຫວຽດນາມ - ảnh 1 ທ່ານຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ 

ກອງປະຊຸມສະພາຮ່ວມມືດຳເນີນທຸລະກິດ APEC ແມ່ນວາລະປະຊຸມສຳຄັນໃນຂອບເຂດບັນດາການເຄື່ອນໄຫວກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 ພວມຈັດຂຶ້ນຢູ່ ຮ່າໂນ້ຍ.

        ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນຕາງໜ້າໃຫ້ 21 ພື້ນຖານເສດຖະກິດສະມາຊິກໄດ້ປຶກສາຫາລືບັນດາເນື້ອໃນຈຸດສຸມ, ໃຫ້ຄຳຕອບແກ່ບັນດາບັນຫາ: ທິດທາງພັດທະນາຂອງ ອາຊີ - ປາຊີຟິກ ໃນຊຸມທົດສະວັດຈະມາເຖິງ, APEC ຕ້ອງສືບຕໍ່ເຮັດແນວໃດເພື່ອເຕີບໂຕກວມລວມ, ໝັ້ນຄົງ ແລະ ມີຫົວຄິດປະດິດສ້າງໃນສັກກະຫຼາດ ດີຈີຕອນ… ທີ່ກອງປະຊຸມ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໃຫ້ຮູ້ວ່າ:

        “ໂດຍນອນໃນໃຈກາງຂອງພາກພື້ນ ອາຊີ - ປາຊີຟິກ, ຫວຽດນາມ ໄດ້ຍູ້ແຮງການປ່ຽນໃໝ່ຮອບດ້ານ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກ້ວາງຂວາງ ແລະ ຕັ້ງໜ້າຜັນຂະຫຍາຍນະໂຍບາຍພົວພັນຕ່າງປະເທດຫຼາຍຝ່າຍ. ພາກພື້ນ ອາຊີ - ປາຊີຟິກ ຍາມໃດກໍ່ແມ່ນຈຸດສຸມໃນນະໂຍບາຍພົວພັນຕ່າງປະເທດຂອງ ຫວຽດນາມ. ອະນາຄົດຂອງພາກພື້ນ ແມ່ນອະນາຄົດຂອງ ຫວຽດນາມ. ບັນດາຂໍ້ສະເໜີແນະ ແລະ ຄຳເຫັນຂອງພວກທ່ານໃນມື້ນີ້ ຈະປະກອບສ່ວນສຳຄັນເຂົ້າວິວັດທະນາການຈິນຕະນາການ ແລະ ການຮ່ວມມື APEC ຮອດປີ 2020 ແລະ ອະນາຄົດ.”

ຕອບກັບ

ຂ່າວ/ບົດ​ອື່ນ