ອາກຊັງຕິນ ໄວ້ທຸກລະດັບຊາດ 3 ວັນເພື່ອອາໄລຫາລູກເຮືອກ່ຳປັ່ນດຳນ້ຳຖືກປະສົບເຄາະຮ້າຍ

(VOVWORLD) - ວັນທີ 18 ພະຈິກ 2018, ທ່ານປະທານາທິບໍດີ ອາກຊັງຕິນ Mauricio Macri ໄດ້ປະກາດວ່າ 
ອາກຊັງຕິນ ໄວ້ທຸກລະດັບຊາດ 3 ວັນເພື່ອອາໄລຫາລູກເຮືອກ່ຳປັ່ນດຳນ້ຳຖືກປະສົບເຄາະຮ້າຍ - ảnh 1ພາບປະກອບ/ AFP/TTXVN 

ລັດຖະບານປະເທດນີ້ ໄດ້ຕົກລົງໄວ້ທຸກລະດັບຊາດເປັນເວລາ 3 ວັນ ເພື່ອແນໃສ່ອາໄລຫາລູກເຮືອກ່ຳປັ່ນດຳນ້ຳ ARA San Juan 44 ຄົນ ທີ່ຫາກໍ່ຊອກເຫັນພາຍຫລັງຖືກຫາຍສາບສູນມາເປັນເວລາ 1 ປີຢູ່ມະຫາສະໝຸດອັດລັງຕິກ. ທ່ານປະທານາທິບໍດີ Mauricio Macri ຢືນຢັນວ່າ ການເສຍສະຫຼະຊີວິດຂອງບັນດາລູກເຮືອພິລະອາດຫານໄດ້ອຸທິດສ່ວນຕະຫລອດຊີວິດຂອງຕົນໃຫ້ໜ້າທີ່ປົກປັກຮັກສາປະເທດຊາດ ແມ່ນຄວາມເສຍຫາຍອັນໃຫຍ່ຫລວງຂອງຄອບຄົວ ແລະ ປະເທດຊາດ ແລະ ຕ້ອງໄດ້ຈາລຶກຄຸນງາມຄວາມດີຢ່າງເໝາະສົມ.

       ກ່ອນໜ້ານັ້ນ, ກອງທັບເຮືອ ອາກຊັງຕິນ ປະກາດວ່າ ໄດ້ຮູ້ຈຸດພິກັດທີ່ຕັ້ງຂອງກ່ຳປັ່ນດຳນ້ຳ ARA San Juan ທີ່ຖືກຫາຍສາບສູນພ້ອມກັບລູກເຮືອລວມມີ 44 ຄົນ, ເຊິ່ງຫາຍສາບສູນກ່ອນນີ້ 1 ປີ ຄືວັນທີ 15 ພະຈິກ 2017.

ຕອບກັບ

ຂ່າວ/ບົດ​ອື່ນ