ອາຊຽນ +3 ມີຄຳໝັ້ນສັນຍາຊຸກຍູ້ການປະຕິຮູບໂຄງປະກອບມຸ່ງໄປເຖິງການເຕີບໂຕແບບຍືນຍົງ

ອາຊຽນ +3 ມີຄຳໝັ້ນສັນຍາຊຸກຍູ້ການປະຕິຮູບໂຄງປະກອບມຸ່ງໄປເຖິງການເຕີບໂຕແບບຍືນຍົງ - ảnh 1

(vovworld) – ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ສູນ​ກາງຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ພ້ອມກັບ ຍີ່​ປູ່​ນ, ຈີນ, ສ.​ເກົາຫຼີ (ASEAN+3) ​ໄດ້​ເຫັນ​ດີ​ຊຸກຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ສິ່ງ​ກີດຂວາງ​ສຳລັບ​ການ​ເຕີບ​ໂຕ​​ແບບ​ຍືນ​ຍົງ, ພ້ອມ​ທັງລະມັດລະວັງ​ຕໍ່​ບັນດາ​ຄວາມ​ສ່ຽງ​ທີ່​ເກີດ​ຈາກການ​ຮົ່ວ​ໄຫຼທຶນດ້ວຍ​ຂອບ​ຂະໜາດ​ໃຫຍ່. ຄຳ​ໝັ້ນສັນຍາ​ດັ່ງກ່າວ​ໄດ້​ຍົກ​ອອກ​ໃນ​ການ​ພົບ​ປະ ທີ່ນອກ​ກອງ​ປະຊຸມປະຈຳ​ປີ​ຂອງທະນາຄານ​ພັດທະນາ​ອາຊີ (ADB) ຢູ່​ນະຄອນ​ຫຼວງ Baku ຂອງ ປະ​ເທດ Azerbaijan ​ໃນວັນ​ທີ 3/5. ​ໃນ​ຖະ​ແຫຼ​ງການ​ຮ່ວ​ມຢູ່​ການ​ພົບ​ປະ, ບັນດາ​ຜູ້​ແທນ ອາ​ຊຽນ +3 ຢັ້ງຢືນວ່າ ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຕົນ​ເອງ​ໃນ​ປີ​ນີ້ພ້ອມ​ແລ້ວ​ຮັກສາ​ທ່າ​ເຕີບ​ໂຕ​ສູງພໍ​ສົມຄວນ​ຂອງ​ປີກ່າຍ​ນີ້.

           ​ໃນ​ຖະ​ແຫຼ​ງການຕ່າງຫາກ​ຂອງ​ກະຊວງ​ການ​ເງິນ ຍີ່​ປູ່​ນ, ປະ​ເທດ​ນີ້​ໄດ້​ມີຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ມານະ​ພະຍາຍາມ​ ເພີ່ມທະວີ​ການ​ຮ່ວມ​ມື​ດ້ານ​ການ​ເງິນ 2 ຝ່າຍ ກັບ​ບັນດາ​ປະ​ເທດ ອາ​ຊຽນ ຄື​ໄດ້​ເຫັນ​ດີ​ໃນ​ປີ 2013. ການ​ກະທຳ​ນີ້ ​ແນ​ໃສ່ຊ່ວຍ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ເຊື່ອມ​ຕໍ່​ລະຫວ່າງ​ປະ​ເທດ ອາ​ຊຽນ ຢ່າງ​ແຂງ​ແຮງ​ກວ່າ​ອີກ, ປັບປຸງຄວາມ​ສາມາດ​ຕິດຕາມ​ກວດກາ​ດ້ານ​ການ​ເງິນ​ ກໍ່ຄື​ບັນດາ​ຈຸດ​ໝາຍ​ອື່ນໆ.

ຂ່າວ/ບົດ​ອື່ນ