ອາຊຽນ - ຈີນ ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນ ແລະ ແທດຈິງ

ອາຊຽນ - ຈີນ ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນ ແລະ ແທດຈິງ - ảnh 1
(ພາບປະກອບ: TTXVN)

​(vovworld) –  ກອງ​ປະຊຸມ​ຄັ້ງ​ທີ 16 ຄະນະ​ກຳມະການ​ຮ່ວມ​ມື​ລວມອາ​ຊຽນ - ຈີນ (JCC) ຫາ​ກໍ່​ດຳ​ເນີນ​ໄປ​ຢູ່ ຈາ​ກາກ​ຕາ, ​ໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. ກອງ​ປະຊຸມປະຈຳ​ປີຂອງ JCC ​ແມ່ນ​ກົນ​ໄກ​ສຳຄັນ​ເພື່ອ​ຕີ​ລາຄາ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ການ​ກຳນົດ​ທິດ​ໃນ​ອະນາຄົດ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ - ຈີນ. ຕາມ​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລ້ວ, ອາ​ຊຽນ ​ແລະ ຈີນ ພວມ​ຮັບຮອງ​ເອົາ​ແຜນການ​ເຄື່ອນ​ໄຫວ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ໄລຍະ 5 ປີ​ຕໍ່ໜ້າ (2016 - 2020). ສະ​ນັ້ນ, 2 ຝ່າຍ​ໄດ້​ເຫັນ​ດີ​ວ່າ ແຜນການ​ໃໝ່ ຈະຕ້ອບສະໜອງ​ບັນດາ​ຄຳ​ຮຽກຮ້ອງ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາຂອງ​ອາ​ຊຽນ - ຈີນ ​ໃນ​ສະ​ໄໝ​ໄໝ່. 2 ຝ່າຍ​ກໍ່​ຮັບ​ຮູ້​ຄວາມ​ກ້າວ​ໜ້າ​ທີ່​ບັນລຸ​​ໄດ້​ໃນ​ການ​ປະຕິບັດ​ບັນດາ​ຂ້ໍ​ຕົງ​ລົງຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ - ຈີນ ຄັ້ງ​ທີ 15 ຄື: ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ​ອາ​ຊຽນ - ຈີນ, ບັນດາ​ໝາກຜົນ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາທາລະນະ​ສຸກ​ສາທາລະນະ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ… 2 ຝ່າຍ​ກໍ່​ເຫັນ​ດີ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນເພື່ອ​ປະຕິບັດສ່ວນ​ຍັງ​ເຫຼືອ​ຂອງ​ບັນດາຂໍ້​ຕົກລົງ​ໃນ​ຮອບ​ເວລາ 1 ປີ​ຂ້າງ​ໜ້າ.

ຂ່າວ/ບົດ​ອື່ນ