ອາຊຽນ ຊຸກຍູ້ການ ພົວພັນຮ່ວມມືພາກລັດ, ເອກະຊົນ ເພື່ອແນໃສ່ ເພີ່ມທະວີການເຊື່ອມຕໍ່ພາກພື້ນ

ອາຊຽນ ຊຸກຍູ້ການ ພົວພັນຮ່ວມມືພາກລັດ, ເອກະຊົນ ເພື່ອແນໃສ່ ເພີ່ມທະວີການເຊື່ອມຕໍ່ພາກພື້ນ - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 16 – 17/12, ຢູ່​ນະຄອນຫຼວງ Manila, ຟີລິບ​ປີນ, ​ໄດ້​ຈັດ​ເວທີ​ປາ​ໄສ ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ​ອາ​ຊຽນ ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ແລະ ບັນດາ​ນັກ​ຊ່ຽວຊານ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ, ບັນດາ​ອົງການ​ກາ​ນ​ເງິນ​ສາກົນ, ບັນດາ​ຄູ່​ຮ່ວມ​ມື​ພັດທະນາ ​ແລະ ພາກ​​ເອກະ​ຊົນ. ​ເວທີ​ປາ​ໄສ​ໄດ້​ຢືນຢັນ​ບົດບາດ​ສຳຄັນ​ຂອງ​ການ​ພົວພັນ​ພາກ​ລັດ - ​ເອກະ​ຊົນ (PPP) ​ໃນ​ການ​ພັດທະນາ ​ແລະ ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ PPP ຄື​ດັ່ງ​ການ​ປ່ຽນ​ໃໝ່ກົນ​ໄກ​ການ​ເງິນ​ເພື່ອປະຕິບັດ​ແຜ​ນສັງ​ລວມ​ກ່ຽວ​ກັບ​ການເຊື່ອມ​ຕໍ່​ອາ​ຊຽນ (MPAC). ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ​ໄດ້​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ PPP, ປຶກສາ​ຫາລື​ກ່ຽວ​ກັບ​ການ​​ແນະນຳ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ເຖິງ PPP ​ແລະ​ແລກປ່ຽນ​ຍຸດ​ທະ​ສາດ​ດຶງ​ດູດ​ພາກ​ເອກະ​ຊົນ ລົງທຶນ​ເຂົ້າ​ໃນ​ພື້ນຖານ​ໂຄງ​ລ່າງ​ໃນ​ພາກ​ພື້ນ. ນອກຈາກ​ນັ້ນ, ​ເວທີ​ປາ​ໄສ​ຍັງ​ໃຫ້​ບຸລິມະສິດ​ບັນດາ​ບັນຫາ​ກຽວ​ຂ້ອງ​ເຖິງ​ການ​ລະດົມ​ແຫຼ່ງກຳລັງ​ເພື່ອ​ປະຕິບັດ MPAC ຜ່ານ PPP, ບົດຮຽນ​ຂອງ​ບັນດາ​ປະ​ເທດ​ກ່ຽວ​ກັບ PPP, ສະ​ເໜີ​ແນະນຳ/ຫຼັກການ PPP ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ທີ່​ສະດວກ​ກວ່າ​ໃຫ້​ແກ່ PPP ຢູ່ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ຂັ້ນ​ຕ່າງໆ, ປະ​ເທດ ​ແລະ ພາກ​ພື້ນ.

ຂ່າວ/ບົດ​ອື່ນ