ອາຊຽນ ຊຸກຍູ້ການ ເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຢູ່ພາກພື້ນ

ອາຊຽນ ຊຸກຍູ້ການ ເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຢູ່ພາກພື້ນ - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 27 – 28/10, ຢູ່ ຈາ​ກາກ​ຕາ, ຄະນະ​ເລ​ຂາ​ອາ​ຊຽນ ​ແລະ ກະຊວງ​ການ​ຄ້າ​ອິນ​ໂດ​ເນ​ເຊຍ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ຊອກຫາ​ຄວາມ​ບຸກທະລຸ​ໃນ​ວິ​ທີ​ເຈລະຈາ​ກ່ຽວ​ກັບ​ສັນຍາຄູ່​ຮ່ວມ​ມື​ເສດຖະກິດ​​ຮອບ​ດ້ານຢູ່​ພາກ​ພື້ນ (RCEP) ຂອງ​ອາ​ຊຽນ, ​ເປັນ​ພື້ນຖານ​ໃຫ້​ຮອບ​ເຈລະຈາ​ສັນຍາ​ການ​ຄ້າ​ຄັ້ງ​ທີ 6 ຢູ່​ພາກ​ພື້ນ​ນີ້, ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ 12 ຈະ​ມາ​ເຖິງ​ຢູ່​ອິນ​ເດຍ. ​ເຫດ​ການ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້ຕາງໜ້າ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ 6 ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຝິກ.

        ທີ່​ຮອບ​ເຈລະຈາ​ຄັ້ງ​ທີ 5 ກ່ຽວກັບ RCEP, ​ເຊິ່ງດຳ​ເນີນ​ຢູ່​ສິງກະ​ໂປ ​ເມື່ອ​ເດືອນ 06 ຜ່ານ​ມາ, ອາ​ຊຽນ ​ແລະ 6 ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ໃນ​ພາກ​ພື້ນ​ລວມທັງ: ອົດສຕາ​ລີ, ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອິນ​ເດຍ ​ແລະ ນິວຊີ​ແລນ ຍັງ​ບໍ່​ທັນ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ກ່ຽວ​ກັບ​ບັນດາບັນຫາຈຸດ​ສຸມທີ່​ກ່ຽວຂ້ອງ​ເຖິງ​ການ​ຄ້າ​ສິນຄ້າ ​ແລະ ການ​ບໍ​ລິ​ການ ກໍ່​ຄື​ການ​ລົງທຶນ. ສິ່ງ​ດັ່ງກ່າວ​​ໄດ້​ເພີ່ມ​​ຄວາມ​ວິຕົກ​ກັງ​ວົງ​ກ່ຽວ​ກັບ​ຄວາມ​ສາມາດ​ບັນລຸ​ໄດ້​ຂໍ້​ຕົກລົງ​ລວມກ່ຽວ​ກັບ RCEP ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ