ອາຊຽນ ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍແລະ ປົກປ້ອງແມ່ຍິງ

(VOVWORLD) - ວັນທີ 30 ພະຈິກ, ທີ່ສຳນັກງານຄະນະເລຂາ ອາຊຽນ ຢູ່ ອິນໂດເນເຊຍ, ໄດ້ດຳເນີນພິທີປຸກລະດົມການເຄື່ອນໄຫວ (ASEAN HeForshe).
ອາຊຽນ ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍແລະ ປົກປ້ອງແມ່ຍິງ - ảnh 1 ພິທີປຸກລະດົມການເຄື່ອນໄຫວ ASEAN HeForshe (ພາບ: Twitter)

ນີ້ແມ່ນການເຄື່ອນໄຫວຕອບສະໜອງການສະເຫຼີມສະຫຼອງວັນສາກົນ ກ່ຽວກັບການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25/11.

        ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ເນັ້ນໜັກວ່າ: ການເຄື່ອນໄຫວ ASEAN HeForshe ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ອາຊຽນ ໃນການລົບລ້າງທຸກຮູບການຈຳແນກການປະພຶດສຳລັບແມ່ຍິງ. ໂດຍຜ່ານການເຄື່ອນໄຫວນີ້, ອາຊຽນ ພ້ອມກັບໂລກ ປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ ດ້ວຍວິທີ ສົ່ງເສີມຜູ້ຊາຍພ້ອມກັນກະທຳ ເພື່ອຕ້ານຄືນບັນດາການຂາດຄວາມສະເໝີພາບລະຫວ່າງຍິງ-ຊາຍຢ່າງຫຍໍ້ທໍ້ ເຊິ່ງແມ່ຍິງ ແລະ ເດັກນ້ອຍຕ້ອງປະເຊີນໜ້າ. ທ່ານເລຂາທິການໃຫຍ່ ເລເລືອງມິງ ຢືນຢັນວ່າ ບັນດາປະເທດສະມາຊິກ ອາຊຽນ ຕ້ອງປະຕິບັດຫລາຍກ່ວາອີກ ເພື່ອຮັບປະກັນໃຫ້ກາລະໂອກາດຄວາມສະເໝີພາບໃຫ້ເພດຊາຍ ແລະ ແມ່ຍິງໃນ ອາຊຽນ. ເຫດການດັ່ງກ່າວ ແມ່ນເພື່ອແນໃສ່ຢືນຢັນຄືນໃໝ່ຄວາມຕັດສິນໃຈເປັນໝູ່ຄະນະຂອງ ອາຊຽນ ໃນການເຄົາລົບ ແລະ ປົກປ້ອງແມ່ຍິງ ແລະ ເດັກຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ