ອາຊຽນ ຕີລາຄາສູງ ບົດບາດຂອງສະຫະປະຊາຊາດໃນບັນດາການເຄື່ອນໄຫວພັດທະນາ

ອາຊຽນ ຕີລາຄາສູງ ບົດບາດຂອງສະຫະປະຊາຊາດໃນບັນດາການເຄື່ອນໄຫວພັດທະນາ - ảnh 1
ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​​ເຟືອງ​ງາ,
ຫົວ​ໜ້າຄະນະ​ຜູ້ຕາງ​ໜ້າ​ປະຈຳການ​ຫວຽດນາມ ຢູ່​ສະຫະ​ປະຊາ​ຊາດ
(ພາບ: TTXVN)


(vovworld) – ກ່າວ​ຄຳ​ເຫັນ​ຕາງໜ້າ​ໃຫ້​ອາ​ຊຽນ ທີ່​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້ “ການ​ເຄື່ອນ​ໄຫວ​ຮ່ວມ​ມື​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ” ​ໃນ​ລາຍການ​ດຳ​ເນີນ​ງານ​ຂອງ​ສະມັດຊາ​ໃຫຍ່​ຄັ້ງ​ທີ 69, ດຳ​ເນີນ​ໄປ​ໃນ​ວັນ​ທີ 29/10, ຢູ່​ສຳນັກ​ງານ​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ, ອາ​ເມ​ລິ​ກາ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​​ເຟືອງ​ງາ, ຫົວ​ໜ້າຄະນະ​ຜູ້ຕາງ​ໜ້າ​ປະຈຳການ​ຫວຽດນາມ ຢູ່​ສະຫະ​ປະຊາ​ຊາດ ​ໄດ້ຕີ​ລາຄາ​ສູງ​ບົດບາດ​ກໍ່​ຄື​ການ​ໜູນ​ຊ່ວຍ​ຂອງສະຫະ​ປະຊາ​ຊາດ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ພັດທະນາ​ຢູ່​ປະ​ເທດ​ຕ່າງໆ ​ແລະ ຖື​ວ່າ ​ເສົາ​ຄ້ຳ​ພັດທະນາ​ມີ​ຄວາມ​ໝາຍສຳຄັນ​ເພື່ອ​ຊຸກຍູ້​ບັນດາ​ເສົາ​ຄ້ຳ​ອື່ນ​ຂອງ​ສະ​ຫະປະຊາ​ຊາດ, ພ້ອມ​ທັງ​ສົ່ງ​ເສີມ​ສະຫະ​ປະຊາ​ຊາດສືບ​ຕໍ່​ພ້ອມ​ກັບ​ອາ​ຊຽນ ຊຸກຍູ້​ຖະ​ແຫຼງການ​ຮ່ວມກ່ຽວ​ກັບ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສະຫະ​ປະຊາ​ຊາດ ກັບ​ອາ​ຊຽນ. ທ່ານນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ແບ່ງປັນ​ຄວາມ​ວິຕົກ​ກັງວົນ​ຂອງ​ຫຼາຍ​ປະ​ເທດ​ກ່ຽວກັບ​ສະພາບ​ຊຸດ​ຊົມ​ແຫຼ່ງກຳລັງ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ອຸປະຖຳ ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ, ພິ​ເສດ​ແມ່ນໜູນ​ຊ່ວຍ​​ແຫຼ່ງກຳລັງ​ໃຫ້​ບັນດາ​ປະ​ເທດທີ່​ມີ​ລະດັບ​ພັດທະນາ​​ແຕກ​ຕ່າງ​ກັນ ​ສາມາດ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​​ໃນ​ການພັດທະນາ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຕາງ​ໜ້າອາ​ຊຽນ ຮຽກຮ້ອງ​ສະຫະ​ປະຊາ​ຊາດ ກໍ່​ຄື​ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ ສືບ​ຕໍ່​ໜູນ​ຊ່ວຍ​ການ​ຮ່ວມ​ມື ​ໃຕ້ - ​ໃຕ້ ​ແລະ ຮ່ວມ​ມື 3 ຝ່າຍ.

ຂ່າວ/ບົດ​ອື່ນ