ອາຊຽນ ບຸລິມະສິດ ເພີ່ມທະວີການພົວພັນກັບອາຟຣິກາ

ອາຊຽນ ບຸລິມະສິດ ເພີ່ມທະວີການພົວພັນກັບອາຟຣິກາ - ảnh 1
(ທ່ານ​ເລ​ຂາທິການ​ໃຫຍ່ອາ​ຊຽນ ​ເລ​​ເລື​ອງມິ​ນ)

(vovworld)​ ​- ​ກ່າວ​ຄຳ​ເຫັນ​ທີ່​ພິທີ​ຮັບ​ຈົດໝາຍ​ມອບ​ພາລະ​ຈາກ​ທ່ານ​ເອກ​ອັກຄະ​​ລັດຖະທູດ​​ແຫ່ງສາທາລະນະ​ລັດອະ​ຟະ​ລິ​ກາ​ໃຕ້ Pakamisa Augustine Sfuba ປະຈຳ​ອິນ​ໂດ​ເນ​ເຊຍ​. ທ່ານ​ເລ​ຂາທິການ​ໃຫຍ່ອາ​ຊຽນ ​ເລ​​ເລື​ອງມິ​ນ ສະ​ແດງ​ຄວາມ​ປາດ​ຖະໜາ​: ຢາກ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ອາຊຽນ ​ແລະ ສາທາລະນະ​ລັດອະ​ຟະ​ລິ​ກາ​ໃຕ້​ເວົ້າ​ສະ​ເພາະກໍ່​ຄື​ກັບ​ສະຫະພາບອາ​ຟຣິກາ (AU) ​ແລະ ປະຊາ​ຄົມ​ພັດທະນາ​ພາກ​ໃຕ້​ອາ​ຟຣິກາ (SADC) ​ເວົ້າລວມ ຍ້ອນ​ວ່າ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ຂອງ​ອາຊຽນ. ທ່ານ​ເລຂາທິການ​ໃຫຍ່​ເລ​ເລືອ​ງມິ​ນ ​ເນັ້ນ​ໜັກ​ວ່າ: ອາ​ຊຽນພວມ​ຕັ້ງໜ້າ​ເປີດ​ກ້ວາງ​ການ​ພົວພັນ​ຕ່າງປະ​ເທດ ກັບ​ບັນດາ​ຄູ່​ຮ່ວມ​ມື​ໃໝ່, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ໃນ​ພາກ​ພື້ນຢູ່   ​ອາ​ຟຣິກາ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ, ຖື​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ທີ່​ມີ​ຄວາມ​ສົນ​ໃຈ​ອັນ​ດັບ​ໜຶ່ງ​ໃນ​ລາຍການ​ດຳ​ເນີນ​ງານຂອງ​ອາ​ຊຽນ.

        ທ່ານ​ເອກ​ອັກຄະ​ລັດຖະທູດ Pakamisa Augustine Sfuba ຢັ້ງຢືນ​ວ່າ: ​ແຜນ​ນະ​ໂຍບາຍ​ຂອງສາທາລະນະ​ລັດອະ​ຟະ​ລິ​ກາ​ໃຕ້  ​ແມ່ນ​ເພີ່​ມທະວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ​ ເຊິ່ງຕ່າງ​ຝ່າຍ​ຕ່າງມີ​ຄວາມ​ສົນ​ໃຈ ​ແລະ ​ແບ່ງ​ປັ່ນ​ຜົນ​ປະ​ໂຫຍ​ດ ກັບ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ການ​ລົງທຶນ, ການ​ຄ້າ, ການ​ຮ່ວມ​ມື​ໃຕ້-​ໃຕ້, ການ​ພົບປະ​ແລກປ່ຽນ​ປະຊາຊົນ ​ແລະ ​ແບ່ງ​ປັນ​ບັນດາ​ບົດຮຽນ​ ກ່ຽວ​ກັບ​ການ​ເຊື່ອມໂຍງ​ເຂົ້າ​ກັບ​​ເສດຖະກິດ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ