ອາຊຽນ ສົ່ງເສີມບັນດາອົງການຈັດຕັ້ງສັງຄົມ ເພີ່ມທະວີການເຂົ້າຮ່ວມປະຊາຄົມ

(VOVWORLD) -ວັນທີ 15 ຕຸລາ, ທີ່ສໍານັກງານຄະນະເລຂາ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ນະຄອນຫຼວງ Jakarta, ປະເທດ ອິນໂດເນເຊຍ ໄດ້ດໍາເນີນເວທີປາໄສຄັ້ງທີ 2 ບັນດາອົງການຈັດຕັ້ງສັງຄົມ ຮ່ວມສໍາພັນກັບ ອາຊຽນ. 
ອາຊຽນ ສົ່ງເສີມບັນດາອົງການຈັດຕັ້ງສັງຄົມ ເພີ່ມທະວີການເຂົ້າຮ່ວມປະຊາຄົມ - ảnh 1ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ກ່າວຄໍາເຫັນທີ່ເວທີປາໄສ (ພາບ: Do Quyen/TTXVN)

ເວທີປາໄສຄັ້ງນີ້ ແມ່ນເພື່ອແນໃສ່ສະໜອງຂໍ້ມູນຂ່າວສານ ພ້ອມທັງແມ່ນການສົ່ງເສີມບັນດາອົງການສັງຄົມປຶກສາຫາລື ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງດັ່ງກ່າວ ກັບ ອາຊຽນ ໃນ ອະນາຄົດ.

        ທີ່ເວທີປາໄສ, ບັນດາຜູ້ແທນມາຈາກບັນດາປະເທດ ໄດ້ແບ່ງປັນບົດຮຽນ, ລວມທັງການຮ່ວມມືກັບບັນດາຝ່າຍກ່ຽວຂ້ອງ ເຖິງສະພາບການຢູ່ພາຍໃນ ແລະ ພາຍນອກ ອາຊຽນ. ບັນດາຜູ້ແທນກໍ່ປຶກສາຫາລືກ່ຽວກັບບັນດາຂໍ້ມູນຂ່າວສານອັບເດດ ແລະ ບຸລິມະສິດຂອງປະຊາຄົມອາຊຽນ, ຊຸກຍູ້ການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສັງຄົມ ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ເພື່ອແນໃສ່ຕອບສະໜອງວິໄສທັດຂອງປະຊາຄົມ ອາຊຽນ, ລວມທັງບັນດາພົນລະເມືອງ ອາຊຽນ ທັງໝົດ ແລະ ຖືມະນຸດເປັນໃຈກາງ.

ຕອບກັບ

ຂ່າວ/ບົດ​ອື່ນ