ອາຊຽນ ສາມັກຄີ, ຮຽງບ່າຮຽງໄຫຼ່ ພ້ອມກັບລາວ ແກ້ໄຂອຸປະຕິເຫດເຂື່ອນກັ້ນນໍ້າແຕກ

(VOVWORLD) -ອາຊຽນສະແດງຄວາມແບ່ງເບົາ ແລະເຫັນອົກເຫັນໃຈຢ່າງເລິກເຊິ່ງ ຕໍ່ກັບປະຊາຊົນລາວ ທີ່ຖືກຜົນສະທ້ອນຈາກໄພນໍ້າຖ້ວມນີ້. 

ວັນທີ 31 ກໍລະກົດ, ສໍານັກຂ່າວສານປະເທດລາວ ໄດ້ໃຫ້ຂ່າວ ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ໄດ້ອອກແຈ້ງການກ່ຽວກັບ ອຸປະຕິເຫດເຂື່ອນກັ້ນນໍ້າເຊປຽນ - ເຊນໍ້ານ້ອຍແຕກຢູ່ອັດຕະປື, ສປປ.ລາວ ໂດຍຊີ້ແຈ້ງວ່າ: ອາຊຽນສະແດງຄວາມແບ່ງເບົາ ແລະເຫັນອົກເຫັນໃຈຢ່າງເລິກເຊິ່ງ ຕໍ່ກັບປະຊາຊົນລາວ ທີ່ຖືກຜົນສະທ້ອນຈາກໄພນໍ້າຖ້ວມນີ້.  ອາຊຽນຢັ້ງຢືນວ່າ ຈະສາມັກຄີເປັນຈິດໜຶ່ງໃຈດຽວ, ຮຽງບ່າຮຽງໄຫຼ່ ພ້ອມກັບລັດຖະບານ ແລະປະຊາຊົນລາວໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກນີີ້ ແລະພ້ອມແລ້ວທີ່ຈະໜູນຊ່ວຍ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດນີ້; ພ້ອມແລ້ວທີ່ຈະຊ່ວຍເຫຼືອລາວ ໂດຍຜ່ານສູນປະສານງານຊ່ວຍບັນເທົາທຸກມະນຸດສະທໍາອາຊຽນ ກ່ຽວກັບໄພພິບັດ.

 ອາຊຽນ ສາມັກຄີ, ຮຽງບ່າຮຽງໄຫຼ່ ພ້ອມກັບລາວ ແກ້ໄຂອຸປະຕິເຫດເຂື່ອນກັ້ນນໍ້າແຕກ - ảnh 1 ພົນລະພາກຫຼວງ 11 ກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ໄປຢ້ຽມຢາມຖາມຂ່າວ ແລະ ມອບເງິນຊ່ວຍເຫຼືອຈໍານວນ 370 ລ້ານກີບ

        ກໍໃນຕອນບ່າຍວັນທີ 31 ກໍລະກົດ, ພົນຈັດຕະວາ ຫງວຽນກັວກຢຸງ - ກອງບັນຊາການພົນລະພາກຫຼວງ 11 ກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ໄປຢ້ຽມຢາມຖາມຂ່າວ ແລະ ມອບເງິນຊ່ວຍເຫຼືອຈໍານວນ 370 ລ້ານກີບ (ຫຼືປະມານ 1 ຕື້ດົງ) ໃຫ້ກະຊວງແຮງງານ - ສະຫວັດດີການສັງຄົມລາວ, ແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ ເຊິ່ງເກີດຈາກເຫດເຂື່ອນກັ້ນນໍ້າເຊປຽນ - ເຊນໍ້ານ້ອຍແຕກ ຢູ່ແຂວງອັດຕະປື.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 30 ກໍລະກົດ ໂດຍໄດ້ຮັບການແຕ່ງຕັ້ງຂອງທ່ານ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ, ທ່ານພົນຈັດຕະວາ ຮວ່າງກວາງເຮື໋ອງ, ຫົວໜ້າອົງການຕາງໜ້າ ກະຊວງຕໍາຫຼວດຫວຽດນາມປະຈໍາລາວ  ໄດ້ມອບເງິນຊ່ວຍເຫຼືອຈໍານວນ 50.000 USD ໃຫ້ແກ່ທ່ານ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ, ຊ່ວຍປະຊາຊົນເຂດຖືກໄພນໍ້າຖ້ວມແກ້ໄຂຄວາມຫຍຸ້ງຍາກໃນເບື້ອງຕົ້ນ ແລະ ກັບຄືນສູ່ການດໍາລົງຊີວິດເປັນປົກກະຕິໂດຍໄວ.

        ບັນດາທ້ອງຖິ່ນຂອງຫວຽດນາມຢູ່ຕາມເສັ້ນຊາຍແດນຕິດກັບແຂວງອັດຕະປືຄື ຢາລາຍ ກໍແຕ່ງຕັ້ງຄະນະພະນັກງານໄປຢ້ຽມຢາມຖາມຂ່າວ, ຊ່ວຍເຫຼືອປະຊາຊົນເຂດຖືກຜົນສະທ້ອນຈາກເຫດເຂື່ອນກັ້ນນໍ້າແຕກ ດ້ວຍເງິນສົດຈໍານວນ 300 ລ້ານດົງ ແລະ ເຄື່ຶອງບັນເທົາທຸກ ມີມູນຄ່່າ 100 ລ້ານດົງ; ແຂວງກອນຕຸູມ ກໍໄດ້ຊ່ວຍເຫຼືອດ້ວຍເງິນສົດ 550 ລ້ານດົງ, ພ້ອມກັບເຄື່ອງບັນເທົາທຸກມີມູນຄ່າ 200 ລ້ານດົງ.


ຕອບກັບ

ຂ່າວ/ບົດ​ອື່ນ