ອາຊຽນ - ອີຢູ ເພີ່ມທະວີການຮ່ວມມືໃນຫຼາຍດ້ານ

ອາຊຽນ - ອີຢູ ເພີ່ມທະວີການຮ່ວມມືໃນຫຼາຍດ້ານ - ảnh 1
ພາບ​ປະ​ກອບ

(vovworld) - ທີ່​ການ​ປະຊຸມ​ຄັ້ງ​ທີ 22 ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ອາ​ຊຽນ - ອີ​ຢູ (JCC) ດຳ​ເນີນ​ໃນ​ວັນ​ທີ 5/2, ຢູ່​ນະຄອນຫຼວງຈາ​ກາຕາ (ອິນ​ໂດ​ເນ​ເຊຍ), ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ສະມາຊິກ JCC, ບັນດາ​ຜູ້ຕາງໜ້າ​ປະຈຳອາ​ຊຽນ, ບັນດາ​ເຈົ້າ​ໜ້າ​ທີ່​ຄະນະ​ເລຂາ​ອາ​ຊຽນ ​ແລະ ອີ​ຢູ, ກໍ່​ຄື​ຜູ້ຕາງໜ້າ​ບັນດາ​ປະ​ເທດ​ສະມາຊິກ​ອີ​ຢູ. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ,​ ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ຫຼາຍ​ຢ່າງ; ອາ​ຊຽນ ​ແລະ​ ອີ​ຢູ ຊົມ​ເຊີຍ​ເລື່ອງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ຊີ້​ນຳ​ລາຍການ (PSC) ​ເພື່ອ​ແນ​ໃສ່​ກວດກາ​ການ​ປະຕິບັດ ​ແລະ ການ​ຊີ້​ນຳ​ບັນດາ​ລາຍການ​ຮ່ວມ​ມື ອາ​ຊຽນ - ອີ​ຢູ. ຄຽງ​ຄູ່​ກັນ​ນັ້ນ, ອາ​ຊຽນ - ອີ​ຢູກໍ່​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ, ສ້າງ​ແຜນການ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສຸດ​ຍອດ​ຄັ້ງ​ທີ 2, ​ເຈລະຈາ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ການ​ເດີນ​ທະ​ເລ​ຢູ່​ມາ​ເລ​ເຊຍ​ໃນ​ປີ 2015… ກອງ​ປະຊຸມ​ກໍ່​ກວດຄືນ​ຂໍ້​ຕົກລົງ​ຂອງ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຄັ້ງ​ທີ 20 ອາ​ຊຽນ - ອີ​ຢູ ກ່ຽວ​ກັບ​ເລື່ອງ​ຍົກ​ລະດັບ​ການ​ພົວພັນ​ສອງ​ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ວາງ​ຂັ້ນ​ຕອນ​ໃຫ້​ແກ່​ຄາດໝາຍ​ນີ້. ສອງ​ຝ່າຍ​ຫວັງ​ວ່າ​ຈະ​ສືບ​ຕໍ່​ມີ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ນີ້​ຢູ່​ກອງ​ປະຊຸມ​ເຈົ້າ​ນໜ້າ​ທີ່​ຂັ້ນ​ສູງ​ ອາ​ຊຽນ - ອີ​ຢູ ​ເຊິ່ງຈະ​ຈັດ​ຕັ້ງ​ໃນ​ທ້າຍ​ປີ​ນີ້​ຢູ່ ບຣຸກ​ແຊນ (ປະ​ເທດ​ແບນ​ຊິກ).

 

 


ຕອບກັບ

ຂ່າວ/ບົດ​ອື່ນ