ອາຊຽນ ຮ່ວມມືປ້ອງກັນສະກັດກັ້ນບັນດາສິ່ງທ້າທາຍໃນຂົງເຂດວັດທະນະທຳ - ສັງຄົມ

(VOVWORLD) - ວັນທີ 23 ພຶດສະພາ, ຄະນະເລຂາ ອາຊຽນ ໄດ້ຈັດຕັ້ງກອງປະຊຸມຄູ່ຮ່ວມມືວັດທະນະທຳ ແນໃສ່ປຶກສາຫາລືກັບບັນດາຄູ່ຮ່ວມມື ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ບັນດາທິດທາງຍຸດທະສາດໃນການແກ້ໄຂບັນດາສາຍເຫດຕົ້ນຕໍຂອງບັນດາບັນຫາສັງຄົມ.
ອາຊຽນ ຮ່ວມມືປ້ອງກັນສະກັດກັ້ນບັນດາສິ່ງທ້າທາຍໃນຂົງເຂດວັດທະນະທຳ - ສັງຄົມ - ảnh 1 ທີ່ກອງປະຊຸມ (ພາບ: ຫວຽດນາມ+)

ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າຄະນະປະຕິບັດງານບັນດາປະເທດປະຈຳ ອາຊຽນ, ບັນດາເຈົ້າໜ້າທີ່ຂັ້ນສູງຂອງປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (ASCC), ຄູ່ຮວມເຈລະຈາ, ຄູ່ຮ່ວມມືພາກພື້ນອາຊຽນ, ບັນດາຄູ່ຮ່ວມມືພັດທະນາ ແລະ ບັນດາອົງການຈັດຕັ້ງ ອາຊຽນ, ພ້ອມດ້ວຍຜູ້ຕາງໜ້າຂອງສະຫະປະຊາຊາດໃນຂົງເຂດຕ່າງໆຄື: ເສດຖະກິດ ແລະ ສັງຄົມ, ປະສານງານມະນຸດສະທຳ (UN-OCHA), ສິ່ງແວດລ້ອມ, ການອົບພະຍົບ, ການສຶກສາ, ວິທະຍາສາດ ແລະ ວັດທະນະທຳ, ພົນລະເມືອງ, ແຮງງານ, ການຮ່ວມມືໃຕ້-ໃຕ້ (UNOSSC).

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ຢືນຢັນວ່າ: ແທນທີ່ມີປະຕິກິລິຍາສູ້ຢັນກັບບັນດາສິ່ງທ້າທາຍນັ້ນ, ອາຊຽນ ຊອກຫາການນຳໃຊ້ວິທີການປ້ອງກັນ, ສະກັດກັ້ນ, ແກ້ໄຂບັນດາສາຍເຫດພື້ນຖານ ແລະ ຄວນພັດທະນາຈິນຕະນາການປ້ອງກັນສະກັດກັ້ນ ເພື່ອປະຕິບັດສິ່ງດັ່ງກ່າວໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ