ອາຊຽນ ຮຽກຮ້ອງ ສ.ເຊັກໂກ ເພີ່ມທະວີການຮ່ວມມືລົງທຶນເຂົ້າພາກພື້ນ

(VOVWORLD) - ທີ່ເຫດການເຊື່ອມຕໍ່ວິສາຫະກິດ ອາຊຽນ (ASEAN Business Connect) ດຳ ເນີນຢູ່ນະຄອນຫລວງ ປຣາຮາ, ສ.ເຊັກໂກ ໃນວັນທີ 15 ພະຈິກ, 

ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ ປຣາຮາ ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ ເຊັກໂກ ເປີດກ້ວາງການເຄື່ອນໄຫວເສດຖະກິດ, ການລົງທຶນ, ການຄ້າເຂົ້າພາກພື້ນ ອາຊຽນ ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມື 2 ຝ່າຍ. ກ່າວຄຳເຫັນນະທີ່ນີ້, ທ່ານ ໂຮ່ມິງຕ໋ວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ, ປະທານໝູນວຽນຂອງຄະນະກຳມະການ ອາຊຽນ ປະຈຳ ປຣາຮາ ຢືນຢັນວ່າ: ສະຖານທູດບັນດາປະເທດ ອາຊຽນ ປະຈຳ ສ.ເຊັກໂກ ພ້ອມແລ້ວທີ່ຈະເປັນຂົວຕໍ່ ນຳການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ຝ່າຍເຂົ້າສູ່ແທດຈິງ ເພື່ອຜົນປະໂຫຍດຂອງບັນດາຝ່າຍທີ່ກ່ຽວຂ້ອງ.

        ເມື່ອແລກປ່ຽນກັບນັກຂ່າວ VOV ຢູ່ ປຣາຮາ, ທ່ານເອກອັກຄະລັດຖະທູດ ໄທ ປະຈຳ ເຊັກໂກ ນະຮົງ ສາສິທອນ ຢືນຢັນວ່າ: ສ.ເຊັກໂກ ຍາມໃດກໍ່ແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງ ອາຊຽນ ແລະ ອາຊຽນ ຖືເປັນສຳຄັນການພັດທະນາສາຍພົວພັນຄູ່ຮ່ວມມືນີ້.

        “ປະຊາຄົມວິສາຫະກິດ ເຊັກໂກ ຄວນສະຫງວນເວລາຫລາຍກ່ວາ ເພື່ອເອົາໃຈໃສ່ເຖິງພາກພື້ນ ອາຊຽນ ຖ້າຫາກເຂົາເຈົ້າຢາກຫັນບັນດາການເຄື່ອນໄຫວເສດຖະກິດເປັນຫລາຍຮູບຫລາຍແບບ. ເຂົາເຈົ້າ ຕ້ອງມີວິທີການສຳຜັດຢ່າງຮອບດ້ານກັບ ອາຊີ, ໃນນັ້ນ ອາຊຽນ ໄດ້ຮັບຖືວ່າ ແມ່ນພາກພື້ນມີບັນດາກາລະໂອກາດທຳມາຄ້າຂາຍ, ຍ້ອນ ເຊັກໂກ ມີການພົວພັນທີ່ເປັນມູນເຊື້ອມາແຕ່ດົນນານກັບບັນດາປະເທດໃນພາກພື້ນ, ບໍ່ພຽງແຕ່ມີ ຫວຽດນາມ, ກຳປູເຈຍ, ລາວ ເທົ່ານັ້ນ. ຍິ່ງໄປກ່ວານັ້ນ, ອາຊຽນ ໄດ້ຮັບການຄາດຄະເນວ່າ ຈະເຕີບໂຕແຮງໃນ 5 ຫຼື 10 ປີຈະມາເຖິງ ແລະ ແນ່ນອນວ່າ ຈະມີຫລາຍໂອກາດໃຫ້ສິນຄ້າຂອງ ເຊັກໂກ ເຂົ້າມາຕະຫລາດນີ້.

        ເຫດການເຊື່ອມຕໍ່ວິສາຫະກິດ ອາຊຽນ ແມ່ນຂໍ້ລິເລີ່ມຂອງຄະນະກຳມະການ ອາຊຽນ ປະຈຳ ປຣາຮາ ລວມມີ 5 ປະເທດ ໄທ, ມາເລເຊຍ, ອິນໂດເນເຊຍ, ຟີລິບປີນ ແລະ ຫວຽດນາມ ແນໃສ່ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ອາຊຽນ ແລະ ສ.ເຊັກໂກ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຕົ້ນຕໍຂອງຄະນະກຳມະການໃນປີ 2017 ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ