ອາຊຽນ ເປັນເອກະພາບກ່ຽວກັບຮ່າງກອບແຜນງານກ່ຽວກັບເຄືອຂ່າຍນະຄອນອັດສະລິຍະ

(VOVWORLD) - ນອກຈາກນັ້ນ, ກອງປະຊຸມກໍ່ມີການເຂົ້າຮ່ວມຂອງຜູ້ຕາງໜ້າ 26 ນະຄອນເຂົ້າຮ່ວມເຄືອຂ່າຍນີ້
ອາຊຽນ ເປັນເອກະພາບກ່ຽວກັບຮ່າງກອບແຜນງານກ່ຽວກັບເຄືອຂ່າຍນະຄອນອັດສະລິຍະ - ảnh 1 ພາບປະກອບ

ວັນທີ 8 ກໍລະກົດ, ຜູ້ຕາງໜ້າ 10 ປະເທດສະມາຊິກ ອາຊຽນ ໄດ້ໂຮມປະຊຸມຢູ່ສິງກະໂປ,ໃນຂອບເຂດກອງປະຊຸມສຸດຍອດບັນດານະຄອນໃນໂລກ (World Cities Summit – WCS) ເຊິ່ງຈັດຕັ້ງໃນລະຫວ່າງວັນທີ 6 – 11 ກໍລະກົດ. ຄະນະ ຫວຽດນາມ ໂດຍທ່ານ ຫງວຽນກວັກຢູ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ASEAN ນຳໜ້າເຂົ້າຮ່ວມກອງປະຊຸມ. ນອກຈາກນັ້ນ, ກອງປະຊຸມກໍ່ມີການເຂົ້າຮ່ວມຂອງຜູ້ຕາງໜ້າ 26 ນະຄອນເຂົ້າຮ່ວມເຄືອຂ່າຍນີ້, ໃນນັ້ນ ຫວຽດນາມ ກໍ່ມີການນຳນະຄອນ ຮ່າໂນ້ຍ ຕາງໜ້າໃຫ້ 3 ນະຄອນ (ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ) ເຂົ້າຮ່ວມກອງປະຊຸມ.

        ກອງປະຊຸມໄດ້ຮັບຮອງເອົາຮ່າງກອບແຜນການກ່ຽວກັບເຄືອຂ່າຍນະຄອນ ອັດສະລິຍະຢູ່ຂັ້ນຕາງໜ້າບັນດາປະເທດເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ທີ່ຮັບຮອງເອົາໃນເດືອນພະຈິກຈະມາເຖິງ. ບັນດາປະເທດ ກໍ່ແບ່ງປັນບົດຮຽນ, ຄວາມສາມາດບົ່ມຊ້ອນ ກໍ່ຄືແຜນການຜັນຂະຫຍາຍເຄືອຂ່າຍນະຄອນອັດສະລິຍະຢູ່ແຕ່ລະປະເທດກໍ່ຄືແຕ່ລະນະຄອນເຂົ້າຮ່ວມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ