ອາຊຽນ ແລະ EAS ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດຢ່າງເລິກເຊິ່ງກວ້າງແຂວງກວ່າ

ອາຊຽນ ແລະ EAS ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດຢ່າງເລິກເຊິ່ງກວ້າງແຂວງກວ່າ - ảnh 1
(ພາບປະກອບ: TTXVN)

(vovworld) – ວັນ​ທີ 27/08, ບັນດາ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ (EAS) ​ໄດ້​ຢືນຢັນ​ຄືນ​ໃໝ່ຄຳ​ໝັ້ນ​ສັນຍາຊຸກຍູ້​ການ​​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ຢ່າງ​ເລິກ​​ເຊິ່ງກວ້າງ​ຂວາງ​ກວ່າ​ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກ ​ແລະ ອາຊີ - ປາຊີ​ຟິກ. ​ໃນ​ຖະ​ແຫຼ​ງການ​ຮ່ວມ​ເຊິ່ງ​ໄດ້​ປະກາດພາຍຫຼັງ​ກອງ​ປະຊຸມ​ລັດ​ຖະມົນຕີ​ເສດຖະກິດ EAS ຄັ້ງ​ທີ 2 ທີ່ສິ້ນ​ສຸດ​ລົງ​ຢູ່​ນະ​ຄອນຫຼວງ Nay Pyi Taw, ປະ​ເທດ​ມຽນມາ, ບັນດາ​ລັດຖະມົນຕີ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມື​ກັບ​ກົນ​ໄກ EAS ຢ່າງ​ແໜ້ນ​ແຟ້ນ, ບໍ່​ພຽງ​ແຕ່​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ບັນດາ​ຄາດໝາຍ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ​​, ປະກອບສ່ວນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດຖະກິດ​ໃນ​ພາກ​ພື້ນເທົ່າ​ນັ້ນ​, ຫາກ​ຍັງເພື່ອ​ໃຫ້​ກົນ​ໄກ​ດັ່ງກ່າວ​ປະກອບສ່ວນ​ເພື່ອ​​ສະຖຽນ​ລະ​ພາບ ​ແລະ ຄວາມວັດທະນາ​ຖາວອນ​ທົ່ວ​ໂລກອີກ​ດ້ວຍ. ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ EAS ​ໄດ້​ຈັດ​ຕັ້ງ​ໃນ​ຂອບ​ເຂດ​ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ເຖິງ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ (AEM) ຄັ້ງ​ທີ 46 ພວມ​ດຳ​ເນີນ​​ຢູ່ນະຄອນຫຼວງ Nay Pyi Taw ປ​ະ​ເທດ​ມຽນມາ ​ແຕ່​ວັນ​ທີ 25 – 28/08. ປະຈຸ​ບັນ, ມີ 8 ປະ​ເທດ​ຄູ່​ຮ່ວມ​ມື EAS ຂອງ​ອາ​ຊຽນ ​​ເຊິ່ງລວມມີ: ອົດສຕາ​ລີ, ຈີນ, ອີນ​ເດຍ, ຍີ່ປຸ່ນ, ສ.​ເກົາຫຼີ, ນິວຊີ​ແລນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ