ອາຊຽນ ແລະ ຈີນ ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບການຮ່ວມມືເຊື່ອມຕໍ່

(VOVWORLD) - ກອງປະຊຸມເທື່ອທີ 3 ຂອງຄະນະກຳມະການຮ່ວມມືເຊື່ອມຕໍ່ ອາຊຽນ - ຈີນ ຈັດຕັ້ງຢູ່ຫ້ອງວ່າການຄະນະເລຂາ ອາຊຽນ ທີ່ນະຄອນຫລວງ Jakarta ຂອງ ອິນໂດເນເຊຍ ໃນວັນທີ 25 ກໍລະກົດ
ອາຊຽນ ແລະ ຈີນ ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບການຮ່ວມມືເຊື່ອມຕໍ່ - ảnh 1 (ພາບປະກອບ)

ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການເພີ່ມທະວີການຮ່ວມມືເຊື່ອມຕໍ່ 2 ຝ່າຍກ່ວາອີກ. ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ ອາຊຽນ ແລະ ຈີນ ຕີລາຄາສູງບັນດາຄວາມກ້າວໜ້າຢ່າງຕັ້ງໜ້າທີ່ບັນລຸໄດ້ໃນການຮ່ວມມືເຊື່ອມຕໍ່ 2 ຝ່າຍ ນັບແຕ່ພາຍຫລັງກອງປະຊຸມເທື່ອທີ 2, ພ້ອມທັງແລກປ່ຽນທັດສະນະກ່ຽວກັບເລື່ອງຊຸກຍູ້ການຮ່ວມມື ແລະ ບັນລຸຄວາມເຫັນດີເຫັນພ້ອມຢ່າງກ້ວາງຂວາງ. 2 ຝ່າຍໃຫ້ຄຳໝັ້ນສັນຍາ ຮ່ວມບັນດາແຜນການພັດທະນາສັງລວມເຂົ້າກັນ ດ້ວຍວິທີປຶກສາຫາລືກ່ຽວກັບການຮ່ວມມືໃນອະນາຄົດ ຢູ່ຂົງເຂດ ແລະ ໂຄງການທີ່ໄດ້ຮັບບຸລິມະສິດ, ພ້ອມທັງ ສົ່ງເສີມການຮ່ວມມືແທ້ຈິງລະຫວ່າງບັນດາບໍລິສັດ. ຝ່າຍ ຈີນ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສະໜັບສະໜູນເລື່ອງປະຕິບັດແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ 2025 ແລະ ຊຸກຍູ້ການພັດທະນາການຮ່ວມມືເຊື່ອມຕໍ່ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ