ອາຊຽນ ແລະ ສ.ເກົາຫຼີ ມຸ່ງໄປສູ່ການສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່​ຮ່ວມ​ມືເຈລະຈາ

ອາຊຽນ ແລະ ສ.ເກົາຫຼີ ມຸ່ງໄປສູ່ການສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນຄູ່​ຮ່ວມ​ມືເຈລະຈາ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອງມິ​ງ ​ຢ້ຽມຢາ​ມສ.​ເກົາຫຼີ
(ພາບ: Yonhap)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 08 – 12/10, ທ່ານ​ເລ​ຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອງມິ​ງ ​ໄດ້​ໄປ​ຢ້ຽມຢາ​ມນະຄອນຫຼວງ ​ເຊີ​ອູ​ນ, ສ.​ເກົາຫຼີ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດສ.​ເກົາຫຼີ Yun Byung Se, ​ເພື່ອ​ແນ​ໃສ່​ກະກຽມການສະ​ເຫຼີມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​​ຮ່ວມ​ມືເຈລະຈາລະຫວ່າງ​ອາ​ຊຽນ - ສ.​ເກົາຫຼີ (1989 – 2014). ທີ່​ບັນດາ​ການ​ພົບ​ປະ, ​ສ.​ເກົາຫຼີ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ແຮງຂອງ​ຕົນ ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ບັນດາ​ກົນ​ໄກ​ພາກ​ພື້ນ ກໍ່​ຄື​​ເລື່ອງ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015 ​ແລະ ວິ​ໄສ​ທັດ​ຂອງ​ປະຊາ​ຄົມ​ອາ​ຊຽນ ພາຍຫຼັງ​ປີ 2015. 2 ຝ່າຍ​ໃຫ້​ຄຳ​ໝັ້ນສັນຍາ​ຈະ​ພ້ອມ​ກັນ​ສົມທົບ​ ​ເພື່ອ​ຮັບປະກັນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ດັ່ງກ່າວ​ ​ເຊິ່ງ​ເປັນ​ກຳລັງ​ໜູນ​ຍົກ​ການ​ພົວພັນ​ລະຫວ່າງ 2 ຝ່າຍ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ