ອາຊຽນ ໃຫ້ຄຳໝັ້ນ ສັນຍາປົກປ້ອງ ແລະ ຊຸກຍູ້ບັນດາສິດທິມະນຸດ

ອາຊຽນ ໃຫ້ຄຳໝັ້ນ ສັນຍາປົກປ້ອງ ແລະ ຊຸກຍູ້ບັນດາສິດທິມະນຸດ - ảnh 1
(ພາບປະກອບ: UN)

(vovworld) – ກອງ​ປະຊຸມ​ຄັ້ງທີ 27 ຂອງ​ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 08/09 ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈຸງ​ແທ່ງ, ຜູ້​ປະສານ​ງານ​ສະພາ​ສິດທິ​ມະນຸດ​ຂອງ​ອາ​ຊຽນປີ 2014, ຫົວໜ້າ​ຄະນະ​ທຸ​ຕາ​ນຸທູດ​ຫວຽດນາມ ຢູ່​​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ໂລກ (WTO) ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນ​ຢູ່​ເຊີ​ແນວ ​ໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ ​ໃນ​ການປົກປ້ອງ ​ແລະ ຊຸກຍູ້​ບັນດາ​ສິດ​ທິ​ມະນຸດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫງວຽນ​​ຈຸ​ງແທ່ງ ຢືນຢັນ​ຫຼັກ​ການ​ໃນ​ການ​ປົກປ້ອງ ​ແລະ ຊຸກຍູ້​ບັນດາ​ສິດ​ທິມະນຸດຕ້ອງ​ເໝາະ​ສົມ​ກັບ​ສະພາບ​ຂອງ​ແຕ່ລະ​ປະ​ເທດ ​ແລະ ຢູ່​ພາກ​ພື້ນ. ອາ​ຊຽນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮ່ວມ​ມື​ກັບຂ້າ​ຫຼວງ​ໃຫຍ່ ​ແລະ ປາດ​ຖະໜາ​ວ່າ ຂ້າ​ຫຼວງ​ໃຫຍ່ ​ແລະ ຫ້ອງການ​ຂ້າ​ຫຼວງ​ໃຫຍ່ ຈະ​ສືບ​ຕໍ່​ຮັບປະກັນ​ລັກສະນະ​ພາວະ​ວິ​ໄສ, ບໍ່​ຈຳ​ແນ​ກ, ຫຼີກລ້ຽງ​ມາດຖານ​ຊ້ອນ ​ແລະ ຫັນ​​​​ການ​ເຄື່ອນ​ໄຫວ​ຂອງ​ຕົນເປັນ​ການ​ເມືອງ.

ຂ່າວ/ບົດ​ອື່ນ