ອາຊຽນ+3ມານະພະຍາຍາມຍົກການຮ່ວມມືຂຶ້ນສູ່ລະດັບສູງໃໝ່

ອາຊຽນ+3ມານະພະຍາຍາມຍົກການຮ່ວມມືຂຶ້ນສູ່ລະດັບສູງໃໝ່ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 26/7, ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ​ລາວ ທີ່​ນະຄອນຫຼວງ ວຽງ​ຈັນ, ກອງ​ປະຊຸມ​ລັດຖະມົນ​ຕີ​ການ​ຕ່າງປະ​ເທ​ດ ອາ​ຊຽນ +3 ຄັ້ງ​ທີ 17 ກັບ​ຈີນ, ຍີ່​ປຸ່ນ ​ແລະ ສ. ​ເກົາຫຼີ ​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີການ​ຕ່າງປະ​ເທດ ລາວ. ​ເຂົ້າ​ຮ່ວມ​ກອງ​ປະຊຸມມີ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມ​າຈາກ 10 ປະ​ເທດ ອາ​ຊຽນ, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ, ຍີ່ປຸ່ນ ​ແລະ ສ. ​ເກົາຫຼີ. ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ຕີ​ລາຄາ​ການ​ຮ່ວມ​ມື​ຂອງ ອາ​ຊຽນ +3 ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ສ້າງ​ຕັ້ງ​​ໃນປີ 1997, ພ້ອມ​ທັງ​ຢັ້ງຢືນ​ໃນ​ໄລຍະ​ຜ່ານ​ມາ, ອາ​ຊຽນ +3 ບັນລຸ​ໄດ້​ບັນດາ​ຄວາມ​ຄືບ​ໜ້າ​ສຳຄັນ​ໃນ​ຫຼາຍ​ຂົງ​ເຂດ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ເງິນ ​ແລະ ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ. ກອງ​ປະຊຸມ​ຊົມ​ເຊີຍ​ເລື່ອງ​ຫັນ​ຂໍ້​ລິ​ເລີ່​ມຈຽງ​ໃໝ່ (CMIM) ​ເປັນ​ຫຼາຍ​ຝ່າຍ, ຫ້ອງການ​ຄົ້ນ​ຄ້ວາ​ເສດຖະກິດ​ມະຫາ​ພາກ ອາ​ຊຽນ +3 (AMRO), ຂໍ້​ລິ​ເລີ່​ມຕະຫຼາດ​ພັນທະບັດ ​ອາຊີ (ABMI), ກົນ​ໄກ​ລົງທຶນ​ຮັບປະກັນ​ສິນ​ເຊື່ອ (CGIF), ຢັ້ງຢືນ​ບັນດາ​ໂຄງ​ປະກອບ​ນີ້​ໄດ້​ເພີ່ມ​ທະວີ​ຢ່າງ​ຕໍ່​ເນື່ອງ​ຊ່ວຍ​ຮັບປະກັນ​ໃຫ້​ແກ່​ເຄືອ​ຂ່າຍ​ຄວາມປອດ​ໄພ​ດ້ານ​ການ​ເງິນ​ພາກ​ພື້ນ​ເພື່ອ​ແນ​ໃສ່​ຮັບປະກັນ​ສະຖຽນ​ລະ​ພາບ​ຂອງ​ພື້ນຖານ​ເສດຖະກິດ​ພາກ​ພື້ນ. ບັນດາ​ລັດຖະມົນຕີ​ກໍ່​ໄດ້​ຢັ້ງຢືນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ກົນ​ໄກ ອາ​ຊຽນ +3 ​ໃນ​ການ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ, ສົ່ງ​ເສີມ​ບັນດາ​ວົງ​ການ​​ເຈົ້າ​ໜ້າ​ທີ່ກ່ຽວຂ້ອງ​ສືບ​ຕໍ່​ປະຕິບັດ​ແຜນການ​ປະ​ຕິ​ບັດ​ງານ 2013 – 2017 ​ແລະ ບັນດາ​ຂໍ້​ສະ​ເໜີ​ຂອງ​ກຸ່ມ​ວິ​ໄສ​ທັດ ອາຊີ ຕາ​ເວັນ​ອອກ 2 (EAVG II)​ເພື່ອ​ແນ​ໃສ່​ຍົກ​ລະດັບ​ການ​ຮ່ວມ​ມື​ຂອງ ອາ​ຊຽນ+3 ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.


ຂ່າວ/ບົດ​ອື່ນ