ອາຊຽນ+3ເພີ່ມທະວີການຮ່ວມມືດ້ານສື່ສານ

ອາຊຽນ+3ເພີ່ມທະວີການຮ່ວມມືດ້ານສື່ສານ - ảnh 1
ພາບປະກອບ

(vovworld) – ​ກອງ​ປະຊຸມ​ລັດຖະມົນຕີ​ສື່ສານ ອາ​ຊຽນ ຄັ້ງ​ທີ 12 ​ແລະ ກອງ​ປະຊຸມ​ລັດຖະມົນຕີ ສື່ສານ ອາ​ຊຽນ + 3 ຄັ້ງ​ທີ 3 ຖື​ກອັດ​ລົງ​ຢູ່​ນະຄອນຫຼວງ Nay Pyi Taw ຂອງ ມຽນມາ ​ໃນ​ວັນ​ທີ 12/6, ດ້ວຍ​ຖະ​ແຫຼ​ງກາ​ນຮ່ວມ​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານຂໍ້​ມູນ​ຂ່າ​ສານ​ ​ແລະ ສື່ສານລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ຖະ​ແຫຼງການ​ຮ່ວມ​ເນັ້ນ​ໜັກ​​ເຖິງຄວາມ​ສຳຄັນ​ຂອງ​ການ​ຊຸກຍູ້​​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ບັ​ນດາ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​​ແນ​ໃສ່​ໂຄສະນາ​ເຜີ​ຍ​ແຜ່​ໃຫ້​ປະຊາຊົນ​ໃນ​ພາກ​ພື້ນ​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ການ​ເຊື່ອມ​ໂຍງ ​ແລະ ການສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015. ບັນດາ​ລັດຖະມົນຕີ ອາ​ຊຽນ ​ໄດ້​ເຫັນ​ດີ​ເປັນ​​ເອກະສັນ​ວ່າ, ຂໍ້​ມູນ​ຂ່າວສານ ​ແລະ ສື່ສານຂອງ​ບັນດາ​ປະ​ເທດ​ຕ້ອງ​ມີ​ຫຼາຍ​ຂົງ​ເຂດ ​ແລະ ບັນດາ​ບັນຫາ​ຫຼາຍ​ຝ່າຍ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​​​ເຂົ້າ​ໃຈ, ສະໜິດ​ຕິ​ພັນ​ລະຫວ່າງ​ບັນດາ​ປ​ະ​ເທດ​ສະມາຊິກ​ກ່ຽວ​ກັບ​ວັດທະນະທຳ, ປະ​ຫວັດ​ສາດ, ສາສະໜາ ​ແລະ ສັງຄົມ.

ຂ່າວ/ບົດ​ອື່ນ