ອາຊຽນກ່າວປະນາມສະພາບການໃຊ້ຄວາມຮຸນແຮງຢູ່ອີຣັກແລະຊີຣີ

ອາຊຽນກ່າວປະນາມສະພາບການໃຊ້ຄວາມຮຸນແຮງຢູ່ອີຣັກແລະຊີຣີ - ảnh 1
ນະ​ຄອນ Homs, ຊີ​ຣີ
 (ພາບ: AFP/TTXVN)

(vovworld) - ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ ອາ​ຊຽນ ສະ​ແດງ​ຄວາມ​ກິ​ຕົກ​ວັງ​ວົນ ແລະ ກ່າວ​ປະ​ນາມ​ສະ​ພາບ​ໃຊ້​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ ແລະ ການໂຫດ​ຮ້າຍ​ສາ​ມານ​ຂອງ​ບັນ​ດາ​ອົງ​ການກໍ່​ການ​ຮ້າຍ ແລະ ບັນ​ດາ​ກຸ່ມ​ຫົວ​ຮຸນ​ແຮງ​ຢູ່ ອີ​ຣ​ັກ ແລະ ຊີ​ຣີ. ຖະ​ແຫຼງ​ການມໍ່ໆ​ມານີ້​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ, ໃຫ້​ຮູ້​ວ່າ: ບັນ​ດາ​ປະ​ເທດ ອາ​ຊຽນ ກ່າວ​ປະ​ນາມ​ທຸກໆ​ການ​ກະ​ທຳ​ມ້າງ​ທຳ​ລາຍ, ຮຸນ​ແຮງ ແລະ ກໍ່​ການ​ຮ້າຍ​ພາຍ​ໃຕ້​ທຸກໆ​ຮູບ​ແບບ ແລະ ທຸກໆ​ປະ​ກົດ​ການ. ຖະ​ແຫຼງ​ການຢັ້ງ​ຢືນ​ຄື​ນ​ໃໝ່​ວ່າ: ອາ​ຊຽນ ສະ​ໜັບ​ສະ​ໜູນ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ​ ເລກ​ທີ 2170 (2014) ແລະ 2178 (2014), ໃນ​ນັ້ນ​ຮຽກ​ຮ້ອງ​ປະ​ຊາ​ຄົມ​ໂລກ​ສະ​ກັດ​ກັ້ນ​ບັນ​ດາ​ມື​ປືນ​ຊາວ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ກຸ້ມກໍ່​ການ​ຮ້າຍ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ອາ​ຊຽນ ກ່ຽວ​ກັບ​ກາ​ນ​ຕ້ານກໍ່​ການ​ຮ້າຍ ແລະ ແຜນ​ການ​ເຄື່ອນ​ໄຫວ​ຮອບ​ດ້ານ ອາ​ຊຽນ ກ່ຽວ​ກັບ​ການ​ຕ້ານກໍ່​ການ​ຮ້າຍ​ເພື່ອ​ແນ​ໃສ່​ສ​ະ​ກັດ​ກັ້ນ, ແກ້​ໄຂ​ບັນ​ດາ​ສາຍ​ເຫດ​ຂອງກໍ່​ການ​ຮ້າຍ​ຢ່າງ​ເດັດ​ຂາດ ກໍ່​ຄື​ສະ​ໜອງ​ການ​ເງິນ ແລະ ນຳ​ມາ​ເຊິ່ງ​ສະ​ຖຽນ​ລະ​ພາບ, ສັນ​ຕິ​ພາບ ແລະ ຄວາມ​ສະ​ຫງົບ​ໃນ​ພາກ​ພື້​ນ ແລະ ໃນ​ໂລກ.


ຂ່າວ/ບົດ​ອື່ນ