ອາຊຽນຄວນຍົກສູງການປະຕິບັດກົດໝາຍສາກົນ

ອາຊຽນຄວນຍົກສູງການປະຕິບັດກົດໝາຍສາກົນ - ảnh 1
ບັນດາການນຳເຂົ້າຮ່ວມກອງປະຊຸມ

(vovworld) –  ຕອນບ່າຍວັນທີ 6/9, ຢູ່ຫໍກອງປະຊຸມແຫ່ງຊາດທີ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ພິທີໄຂກອງປະຊຸມສຸດ​ຍອດ ອາຊຽນ ຄັ້ງທີ 28 - 29 ຖືກດຳເນີນຢ່າງເປັນທາງການດ້ວຍການເຂົ້າຮ່ວມຂອງການນຳ 10 ປະເທດສະມາຊິກ ອາຊຽນ, ເປີດສາກໃຫ້ 11 ກອງປະຊຸມສຸດ​ຍອດ ອາ​ຊຽນ ​​ແລະ ກອງ​ປະຊຸມ ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື. ນີ້​ແມ່ນ​ໂອກາດ​ເພ່ື່ອ​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ໂຮມ​ປະຊຸມພາຍຫຼັງ​ປະຊາ​ຄົມ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 31/12/2015. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ມີ​ບົດກ່າວ​ປາ​ໄສ​ສຳຄັນ​ທີ່​ກອງ​ປະຊຸມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຕັ້ງໜ້າ​ໃນ​ປີ​ທຳ​ອິດ​ຂອງ​ປະຊາ​ຄົມ ອາ​ຊຽນ ກໍ່​ຄື​ບັນດາ​ຄວາມ​ມານະພະ​ຍາ​ຍາມ ​ແລະ ບົດບາດ​ສຳຄັນ​ຂອງ​ລາວ ​ໃນ​ຖານະ​​ເປັນ​ປະທານ ອາ​ຊຽນ ປີ 2016. ​ເພື່ອ​ປະຕິບັດ​ວິວັດ​ທະ​ນາ​ການ​ສ້າງ​ປະຊາ​ຄົມ ​ແລະ ວິ​ໄສ​ທັດ ອາ​ຊຽນ 2025 ຢ່າງ​ມີປະສິດທິ​ຜົນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ໃຫ້​ບຸລິມະສິດ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ ​ແລະ ລັກສະນະ​ກຸ້ມ​ຕົນ​ເອງ​ຂອງ ອາ​ຊຽນ, ​ເສີມ​ຂະຫຍາ​ຍບົດບາດ​ໃຈກາງ​ຂອງ ອາ​ຊຽນ ​ແລະ ຖື​ນີ້​ແມ່ນ​ປັດ​ໄຈ​ສຳຄັນ​ໃຫ້​​ແກ່ຜົນສຳ​ເລັດ​ຂອງ ອາ​ຊຽນ. ກ່ຽວ​ກັບ​ບັນດາ​ຂົງ​ເຂດການ​ຮ່ວມ​ມື, ທ່ານ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ​ຕ້ອງກຳນົດ​​ຈຸດ​ສຸມ​, ບຸລິມະສິດ​ຢ່າງ​ຈະ​ແຈ້ງໃນ​ວິວັດ​ການ​ປະຕິບັດ​ວິ​ໄສ​ທັດ ອາ​ຊຽນ 2025 ​ແລະ ບັນດາ​​ແຜນການ​ຜັນ​ຂະຫຍາຍ​ໃນ​ແຕ່ລະ​ເສົາ​ຄ້ຳ, ​ໃນ​ບັນດາ​ດ້ານ​ການ​ເມືອງ - ຄວາມ​ໝັ້ນຄົງ, ​ເສດຖະກິດ, ວັດທະນະທຳ - ສັງຄົມ, ການ​ເຊື່ອມ​ຈອດ​ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ຄວາມ​ຜິດ​ໂຕນ​ໃນການ​ພັດທະນາ.


ຂ່າວ/ບົດ​ອື່ນ